郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້າ​ວ່າ​ໄພ​ເງິນ​ເຟີ້​ຍັງ​ສູງ​ຄື​ເກົ່າ FEDຈະ​ເພີ່ມດອກ​ເບ້ຍ

2022-01-12 16:37:19 cri

ຖ້າ​ວ່າ​ໄພ​ເງິນ​ເຟີ້​ຍັງ​ສູງ​ຄື​ເກົ່າ FEDຈະ​ເພີ່ມດອກ​ເບ້ຍ_fororder_274637747

ວັນ​ທີ11ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ທ່ານ​ເຈ​ໂຣມ ພາວ​ເວວ ​ຜູ້​ວ່າ​ການທະ​ນາ​ຄານ​ກາງອາ​ເມ​ຣິ​ກາ ຫຼື FED ໄດ້ກ່າວ​ວ່າ: ແຮງກົດ​ດັນ​ຈາກ​ໄພ​ເງິນ​ເຟີ້​ຂອງ​ອາ​ເມ​ຣິ​ກາ​ອາດ​ຈະ​ຍືດ​ເວ​ລາ​ໄປ​ຮອດ​ກາງ​ປີ2022ນີ້. ຖ້າ​ວ່າ​ໄພ​ເງິນ​ເຟີ້​​ຍັງ​ສູງ​ຄື​ເກົ່າ ອົງ​ການ​ FED ຈະ​ເພີ່ມດອກ​ເບ້ຍ.

ທ່ານ​ພາວ​ເວວ​ກ່າວ​ຕື່ມວ່າ: ການ​ຄວບ​ຄຸມ​​ໄພ​ເງິນ​ເຟີ້​​ບໍ່​ໃຫ້​ສູງ ມັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ຕະ​ຫຼາດ​ແຮງ​ງານ​ທີ່​ຢາກ​ພັດ​ທະ​ນາ​​ໃຫ້​ຍືນ​ຍົງ​ແລະ​ແຂງ​ແຮງ.ເຖິງວ່າ​ຕະ​ຫຼາດ​ແຮງ​ງານ​ກຳ​ລັງ​ຟື້ນ​ຄືນ​ຢູ່,ອັດ​ຕາ​ຫວ່າງ​ງານ​​ຢູ່​ອາ​ເມ​ຣິ​ກາ​ໃນ​ເດືອນ​ທັນ​ວາ​ປີ​ກາຍນີ້​ກໍ​ຫຼຸດ​ລົງ​ຮອດ3,9% ກໍ​ຕາມ, ແຕ່​ອັດ​ຕາ​ໄພ​ເງິ​ນ​ເຟີ້​ຂອງ​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ​ຍັງ​ສູງກວ່າ​ເປົ້າ​ໝາຍ​ຫຼາຍ.

ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ:​ FED ​ຍັງ​ບໍ່​ທັນ​ກຳ​ນົດ​ເວ​ລາ​ລະ​ອຽດ​ທີ່ຈະ​ເພີ່ມດອກ​ເບ້ຍ,ດຽວນີ້​ກຳ​ລັງ​ຫຼຸດ​​ຈຳ​ນວນການ​ຊື້​ພັນ​ທະ​ບັດ​ລົງ,ທັງ​ຈະ​ໃຫ້ແຜນ​ການນີ້​ສິ້ນ​ສຸດ​​​ລົງໃນ​ເດືອນ​ມິີນາ​ປີນີ້,ຄາດ​ວ່າ​ຫຼັງ​ຈ​າກນັ້ນ​ກໍ່​ຈະ​ປັບ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ໃຫ້​ສູງ​ຂຶ້ນ. ທ່ານ​​ພາວ​ເວວ ກ່າວ​ຕື່ມ​ວ່າ:ໄພ​ເງິນ​ເຟີ້​ຍັງ​ສູງ​ຄື​ເກົ່າ ແມ່ນ​ຍ້ອນ​ວ່າ ຜູ້​ບໍ​ລິ​ໂພກ​ມີ​ຄວາມ​ຕ້ອງ​ການສິນ​ຄ້າຫຼາຍ,ທັງ​ເປັນ​ຍ້ອນ​ວ່າ ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ສະ​ພາບ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0