郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ໂລກ​ຫຼຸດ​ຄາດ​ໝາຍ​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ2022ໃຫ້ຢູ່​ໃນ​ລະ​ດັບ 4,1%

2022-01-12 16:39:50 cri

ວັນ​ທີ11ມັງ​ກອນນີ້ ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ“ຈ້ອງ​ເບິ່ງ​ເສດ​ຖະ​ກິດ​ທົ່ວໂລກ”ສະ​ບັບ​ຫຼ້າ​ສຸດ​ໂດ​ຍ​ຄາດ​ວ່າ ເສດ​ຖະ​ກິດ​ທົ່ວ​ໂລກ​ປີ2021ໄດ້​ເຕີບ​ໂຕ 5,5%, ​ແຕ່ຮອດ​ປີ2022​ໄດ້​ປັບ​ຫຼຸດ​ລົງໃຫ້ຢູ່​ໃນ​ລະ​ດັບ4,1%ເມື່ອ​ທຽ​ບ​ໃສ່​ຄາດ​ໝາຍ​ ​ກ່ອນໜ້ານີ້​ໄດ້​ຫຼຸດ​ລົງ0,2%.

ບົດ​ລາຍ​ງານ​ໄດ້​ວິ​ເຄາະ​ວ່າ: ຍ້ອນ​ສະ​ພາບ​ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ຢ່າງ​​ຕໍ່​ເນື່ອງ, ​ແຮງສະ​ໜັບ​ສະ​ໜູນຈາກ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ໄດ້​ຫຼຸດ​ໜ້ອຍ​ລົງ,ຕ່ອງ​ໂສ້​ການ​ສະ​ໜອງ​ສືບ​ຕໍ່​ອ່ອນ​ເພຍ,ສະ​ນັ້ນ ​ທ່າ​ອ່ຽງ​ທີ່ເສດ​ຖະ​ກິດ​ທົ່ວ​ໂລກ​ທີ່​ຈະ​ຟື້ນ​ຄືນ​ຊັກ​ຊ້າ​ລົງ​ຢ່າງ​ເດັ່ນ​ຊັດ, ໃນ​ນັ້ນ ການ​ເຕີບ​ໂຕ​ຂອງ​ປະ​ເທດຕະ​ຫຼາດ​ຈະ​ເລີນ​ໃໝ່​ແລະ​ກຸ່ມເສດ​ຖະ​ກິດ​ພວມ​ພັດ​ທະ​ນາ​ອາດ​ຈະ​ຍັງ​ຕ່ຳ​ກວ່າ​ໄລ​ຍະ​ກ່ອນ​ເກີດມີ​ພະ​ຍາດ​ໂຄວິດ-19ຢ່າງ​ຫຼວງ​ຫຼາຍ.

ທ່ານ​​ເດ​ວິດ ມາ​ນພາ​ສ ຜູ້​ວ່າ​ການ​ທະ​ນາ​ຄານ​ໂລກ​ກ່າວ​ວ່າ: ເສດ​ຖະ​ກິດ​ມະ​ຫາ​ພາກ​ທົ່ວ​ໂລກ​ມີ​ຄວາມ​ບໍ່​ດຸນ​ດ່ຽງ​ກັນ​ແລະ​ຕົກ​ຢູ່​ໃນສະ​ພາ​ບ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ,ລາຍ​ໄດ້ທີ່​ບໍ່​ກ້ຳ​ເກີ່ງ​ກັນ​ລະ​ຫວ່າງ​ບັນ​ດາກຸ່ມ​ເສດ​ຖະ​ກິດ ແລະ​ຢູ່​ພາຍ​ໃນ​ກຸ່ມ​ເສດ​ຖະ​ກິດ​ດ້ວຍ​ກັນກຳ​ລັງ​ຂະ​ຫຍາຍ​ກວ້າງ​ອອກ,ເສດ​ຖະ​ກິດ​ທົ່ວ​ໂລກ​ໄດ້​ຜ​ະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ແນ່ນອນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​​ແບບປະ​ສົມ​ປະ​ສານ​ກັນ ແລະ​ໃຫ້​ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ,ເພື່ອ​ເຮັດ​ໃຫ້ກຸ່ມ​ເສດ​ຖະ​ກິດຕ່າງໆ​ໃນ​ທົ່ວ​ໂລກ​ລ້ວນ​ແຕ່​ເຕີບ​ໂຕ​ໄດ້​ເປັນ​ຢ່າງ​ດີ.

ທະ​ນາ​ຄານ​ໂລກ​ຫຼຸດ​ຄາດ​ໝາຍ​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ2022ໃຫ້ຢູ່​ໃນ​ລະ​ດັບ 4,1%_fororder_shihang

ຄຳ​ເຫັນ

0