李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ຖືກ​ຄວບ​ຄຸມ​ໄວ້​ໄດ້​ໂດຍ​ລວມ

2022-01-12 14:55:06 cri

ວັນ​ທີ 11 ມັງ​ກອນນີ້, ຄະ​ນະ​ກຳ​ມະ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​​ຖະ​ແຫຼງ​ຂ່າວຜ່ານ​ທາງ​ອອນ​ລາຍ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ກ່າວ​​ເຖິງເລື່ອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ໂອ​ມີ​ຄ​ຣອນ​ວ່າ: ມາດ​ຕະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ທີ່ໄດ້​ວາງ​​ໄວ້ໃນ​ກ່ອນ​ໜ້ານີ້ ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ສະ​ພາບ​ພະ​ຍາດ​​ຖືກຄວບ​ຄຸມ​ໄວ້​ໄດ້​ໂດຍ​ລວມ.

ທ່ານ ຮວງ​ຊຸ່ນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້ກ່າວ​ວ່າ: “ເຊື້ອ​ໂອ​ມີ​ຄ​ຣອນ ໄດ້​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງວ່ອງ​ໄວ, ແລະ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ຈີນ ກໍ​​ພົບ​ເຫັນ​ແລ້ວ​ເຊັ່ນ​ດຽວ​ກັນ. ແຕ່​ຄູ່​ມື​ແນະ​ນຳ ແລະ ມາດ​ຕະ​ການ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ທີ່​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​​ວາງໄວ້​ໃນ​ກ່ອນ​ໜ້ານີ້ ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​​ຈົນ​ຮອດ​ປັດ​ຈຸ​ບັນນີ້, ສະ​ພາບ​ການ​ແຜ່​ລະ​ບາດ​​ຖືກຄວບ​ຄຸມ​ໄວ້​ໄດ້​ໂດຍ​ລວມ. ຄະ​ນະ​ປິ່ນ​ປົວ, ຄະ​ນະ​ປ້ອງ​ກັນ ແລະ ຜູ້​ຊ່ຽວ​ຊານ​ຂອງ​ພວກ​ເຮົາ ໄດ້​ຕິດ​ຕາມ​ລະ​ດັບ​ການ​ແຜ່​ລະ​ບາດ ແລະ ຄວາມ​ຮ້າຍ​ແຮງ​ຂອງ​ໄວ​ຣັດ​ນີ້​ມາ​ໂດຍ​ຕະຫຼອດ ແລະ​ໄດ້​ປະ​ເມີນຜົນ​ຢ່າງ​ຕໍ່​ເນື່ອງ.”

ນັບ​ແຕ່​ວັນ​ທີ 4 ມັງ​ກອນນີ້​ເປັນ​ຕົ້ນ​ມາ, ສິ່ງກໍ່​ສ້າງ​ສ່ວນ​ໜຶ່ງ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ຖືກ​​ຄຸ້ມ​ຄອງ​ແບບ​ປິດ​ກ່ອນ​ການ​ແຂ່ງ​ຂັນ, ໃນ​ນັ້ນ ລ​ວມ​ທັງ​ສູນ​ຂ່າວ​ຂອງ​ເຂດ​ການ​ແຂ່ງ​ຂັນ​ທີ່​ປັກ​ກິ່ງ ແລະ ສູນ​ຂ່າວ​ເຂດ​ພູ​ດອຍ​ທີ່​ຢູ່​ເຂດ​ການ​ແຂ່ງ​ກັນ​ເມືອງ​ຈ່າງ​ເຈ່ຍ​ໂຂ. ຂ່າວ​ແຈ້ງວ່າ: ປັດ​ຈຸ​ບັນ ຢ່າງ​ໜ້ອຍ​ໄດ້​ມີ​ສື່ມວນ​ຊົນ 9 ແຫ່ງ​ເຂົ້າ​ປະ​ຈຳ​ການຢູ່​ສູນ​​ຂ່າວ ໂດຍ​ມີ​ນັກ​ຂ່າວ 1.500 ຄົນ ແລະ ໜ່ວຍ​ງານ​ຖ່າຍ​ທອດ​ສົດ ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ແລ້ວ.

ຄຳ​ເຫັນ

0