刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຄົບທຸກ​ລາຍ​ການ​ສະ​ກີ​ຢູ່​ເທິງພູ​ເປັນ​ຄັ້ງ​ທຳ​ອິດ

2022-01-12 15:58:34 cri

ຈີນ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຄົບທຸກ​ລາຍ​ການ​ສະ​ກີ​ຢູ່​ເທິງພູ​ເປັນ​ຄັ້ງ​ທຳ​ອິດ_fororder_1128248645_16417972728791n

ເວັບ​ໄຊຂອງ​ສະ​ຫະ​ພັນ​ສະ​ກີ​​ສາ​ກົນ​ໄດ້ແຈ້ງ​ຂ່າວ​ວ່າ: ປັດ​ຈຸ​ບັນ, ນັກ​ກິ​ລາ​ຈີນ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ 11 ລາຍ​ການ​ທັງ​ໝົດ​ຂອງ​ປະ​ເພດ​ສະ​ກີ​ຢູ່​ເທິງ​ພູ​​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​​ໃນ​ປະ​ຫວັດ​ສາດຂອງ​ຈີນ​ທີ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ຄົບ​ທຸກ​ລາຍ​ການ​ຂອງ​ປະ​ເພດ​ໜຶ່ງ​ໃນ ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ອີງ​ຕາມ​ມາດ​ຕະ​ຖານ​ສະ​ສົມ​ຄະ​ແນນ​ຂອງ​ສະ​ຫະ​ພັນ​ສະ​ກີ​ສາ​ກົນ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ສະ​ກີ​ຄວາມ​ໄວ​ຫຼົບຫຼີກ​ສິ່ງ​ກີດ​ຂວາງ​ເພດ​ຍິງ​ແມ່ນ​ລາຍ​ການ​ສຸດ​ທ້າຍ​ໃນ 11 ລາຍ​ການ​​ທີ່​ນັກ​ກິ​ລາ​ຂອງ​ຈີນບໍ່ເຄີຍ​ຜ່ານມາດ​ຕະ​ຖານ. ໃນ​ການ​ແຂ່ງ​ຂັນລາຍ​ການ​ນີ້​ທີ່​ຈັດ​ຂຶ້ນ​ຢູ່ປະ​ເທດ​ໂອ​ຕຼີ​ສ​ໃນ​ວັນ​ທີ 7 ມັງ​ກອນປີ​ນີ້,  ນັກ​ກິ​ລາ​ຈີນ​ສອງ​​ຄົນ​ສາ​ມາດ​ສ້າງຜົນ​ງານ​ທີ່​ດີ​ໄດ້​ຕາມມາດ​ຕະ​ຖານ ເຊິ່ງ​ເປັນ​ຂີດ​ໝາຍ​​ທີ່​ຢືນ​ຢັນວ່າ: ຈີນ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ທຸກ​ລາຍ​ການ​​ຂອງ​ປະ​ເພດ​ສະ​ກີ​ຢູ່​ເທິງ​ພູ.

ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ສະ​ຫະ​ພັນ​ສະ​ກີ​ສາ​ກົນ, ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ນີ້ ຄະ​ນະ​ນັກ​ກິ​ລາ​ປະ​ເທດ​ຕ່າງໆ ​ຈະ​ສາ​ມາດ​ສົ່ງ​ນັກ​ກິ​ລາ​ຍິງ 11 ຄົນ ແລະ​ຊາຍ 11 ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ປະ​ເພດ​ນີ້. ລາຍ​ຊື່ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຈະ​ແຈ້ງໃຫ້​ຮູ້ຫຼັງ​ວັນ​ທີ 17 ມັງ​ກອນ​ນີ້.

ຄຳ​ເຫັນ

0