吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

8 ປະເທດເສຍສິດປ່ອນບັດຢູ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຍ້ອນບໍ່ຈ່າຍຄ່າສະມາຊິກ

2022-01-13 17:15:10 CRI

8 ປະເທດເສຍສິດປ່ອນບັດຢູ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຍ້ອນບໍ່ຈ່າຍຄ່າສະມາຊິກ_fororder_联合国大会


    ວັນທີ 12 ມັງກອນນີ້, ທ່ານຄບຽກ ໂຄສົກຂອງປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ປະເທດສະມາຊິກ 8 ປະເທດຂອງອົງການສະຫະປະຊາຊາດ 8 ປະເທດຈະເສຍສິດປ່ອນບັດຢູ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຍ້ອນບໍ່ໄດ້ຈ່າຍຄ່າສະມາຊິກ.


    ອີງຕາມຈົດໝາຍທີ່ທ່ານອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະປະຊາຊາດຝາກເຖິງສະມັດຊາໃຫຍ່ໃນວັນທີ 11 ມັງກອນນີ້ໄດ້ລະບຸວ່າ: ມີ 11 ປະເທດບໍ່ທັນຈ່າຍຄ່າສະມາຊິກເປັນເວລາຫຼາຍສອງປີແລ້ວ, ໃນນັ້ນ ມີ 8 ປະເທດຖືກຍົກເລີກສິດປ່ອນບັດຢູ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ. ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານຄູບຽກກ່າວວ່າ, ປະເທດທີ່ຖືກຍົກເລີກສິດປ່ອນບັດແມ່ນ:ອີຣານ, ຊູດັງ, ເວເນຊູເອລາ,ອັນຕີກວາແລະບາກບູດາ,ສາທາລະນະລັດກົງໂກ,ກີເນ,ປາປົວນິວກີເນ ແລະ ວານູອາຕູ.

ຄຳ​ເຫັນ

0