吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນບັນລຸຍອດສົ່ງອອກລົດເປັນປະຫວັດສາດໃນປີ 2021

2022-01-13 17:24:06 CRI

ຈີນບັນລຸຍອດສົ່ງອອກລົດເປັນປະຫວັດສາດໃນປີ 2021_fororder_新能源汽车

 

    ວັນທີ 12 ມັງກອນນີ້, ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານຈີນໄດ້ປະກາດຕົວເລກໂດຍສະແດງໃຫ້ເຫັນວ່າ, ໃນປີ 2021, ການຜະລິດ ແລະ ການຈຳໜ່າຍລົດຂອງຈີນຕ່າງກໍ່ໄດ້ເພີ່ມຂຶ້ນ 3,4% ແລະ 3,8% ຕາມລຳດັບໄດ້ເຮັດໃຫ້ທ່ວງທ່າຫຼຸດລົງເປັນເວລາ 3 ປີລຽນຕິດນັ້ນສິ້ນສຸດລົງ. ການສົ່ງອອກລົດຂອງຈີນໄດບັນລຸຫຼາຍກວ່າ 2 ລ້ານຄັນ ເປັນການບຸກທະລຸຍອດສົ່ງອອກເປັນໃນປະຫວັດສາດ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ໄດ້ສົ່ງອອກ 3 ແສນ 1 ໝື່ນຄັນສຳລັບປີກາຍນີ້, ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເມື່ອເທື່ອທຽບກັບໄລຍະດຽວກັນຂອງປີ 2020, ຫຼາຍກວ່າຍອດປະລິມານການສົ່ງອອກໃນປະຫວັດສາດ.


     ທ່ານຟູູ້ປີງເຟີ່ງ ຮອງຫົວໜ້າປະຈຳ ທັງເປັນຮອງປະທານສະມາຄົມອຸດສາຫະກຳລົດຈີນກ່າວວ່າ: ເສດຖະກິດໂລກຟື້ນຟູຢ່າງຕໍ່ເນື່ອງ, ການບໍລິໂພກລົດທົ່ວໂລກກໍ່ພວມຟື້ນຟູ ເນັ້ນໃສ່ການຜະລິດລົດລຸ້ນໃຫມ່ ແລະ ຍີ່ຫໍ້ໃຫມ່ຈົນກາຍເປັນທ່າແຮງຂອງຕົນພ້ອມດຽວກັນນີ້ຈີນກໍ່ມີຕອງໂສ້ການສະຫນອງທີ່ອ່າວຄົບຖ້ວນ,ຈຶ່ງສາມາດສະໜອງຜະລິດຕະພັນທີ່ມີກຳລັງແຂ່ງຂັນໃຫ້ກັບຜູ້ບໍລິໂພກຕ່າງປະເທດໄດ້ຢ່າງທັນເວລາ. ປະເທດຕ່າງໆທີ່ຖືເອີລົບ ແລະ ອາເມຣິກາເປັນຕົນແທນໄດ້ພາກັນເພີ່ມທະວີການໂຄສະນາລົດໃຊ້ພະລັງງານໃໝ່,ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນກຳລັງເຕີບໂຕໃໝ່ສຳລັບການສົ່ງອອກຂອງຈີນ.

ຄຳ​ເຫັນ

0