郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHOກ່າວວ່າ: ຊາວ​ອາ​ຟ​ຣີ​ກາ​ຫຼາຍກວ່າ85%ບໍ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19

2022-01-13 16:54:53 cri

ວັນ​ທີ12ມັງ​ກອນນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງການອະນາໄມໂລກ ຫຼື WHO ໄດ້ຈັດ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19,ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ວ່າ: ຢູ່​ທະ​ວີບອາ​ຟ​ຣີ​ກາ ມີ​ປະ​ຊາ​ຊົນຫຼາຍກວ່າ85%ບໍ່​ທັນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19ເທື່ອ.ໃນ​​ໄລ​ຍະ​ຕໍ່​ໜ້າ, “ແຜນ​ການ​ສັກ​ວັກ​ຊີນ​ໂຄວິດ-19”ຂອງWHOທີ່​ແບ່ງ​ປັນວັກ​ຊີນ​ໃຫ້​ທົ່ວ​ໂລກນັ້ນ​ຈະ​ບັນ​ລຸ​ເຖິງ1ຕື້​ຫຼອດ,​ເຊິ່ງ​ຈະ​ເຮັດ​ໃຫ້ການ​ສະ​ໜອງວັກ​ຊີນ​ໂຄວິດ-19ທີ່​ມີ​ການ​ຈຳ​ກັດ​ສ່ວນ​ໜຶ່ງ​ໃນ​ປີ​ກາຍນີ້​ໄດ້​ຮັບ​ການ​ຜ່ອນ​ຄາຍ​ເທື່ອ​ລະ​ກ້າວ,ແຕ່​ຄັນ​ຢາກ​ຊຸກ​ຍູ້​ເປົ້າ​ໝາຍສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກໄດ້70%​ກ່ອນ​ກາງ​ປີນີ້ນັ້ນ ຍັງ​ຕ້ອງ​ການ​ໄລ​ຍະ​ຍາວ​ຢູ່.

ປັດ​ຈຸ​ບັນ​ໃນ​ທົ່ວ​ໂລກ ​ຢູ່90ປະ​ເທດ​ແລະ​ເຂດ​ແຄວ້ນ ອັດ​ຕາ​ສັກ​ວັກ​ຊີນຍັງ​ບໍ່​ໄດ້​ບັນ​ລຸເຖິງ40%, ໃນ​ນັ້ນ​ ອັດ​ຕາ​ສັກ​ວັກ​ຊີນຢູ່36ປະ​ເທດ​ແລະ​ເຂດ​ແຄວ້ນ​ຍັງບໍ່​ຮອດ10%. ຂະ​ນະ​ດຽວ​ກັນ ອົງ​ການ WHO​ໄດ້​ຮຽກ​ຮ້ອງ​ໃຫ້​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ວັກ​ຊີນ​ໃຫ້​ຫຼາຍ, ແລະ​ອາດ​ຈະ​ຕ້ອງ​​ປ່ຽນ​ ສ່ວນປະ​ກອບຂອ​ງວັກ​ຊີນ​ໂຄວິດ-19ໃນ​ປັດ​ຈຸ​ບັນ.

WHOກ່າວວ່າ: ຊາວ​ອາ​ຟ​ຣີ​ກາ​ຫຼາຍກວ່າ85%ບໍ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19_fororder_85

 

ຄຳ​ເຫັນ

0