吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານໂທມັສ ບັກສຫວັງໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງຈັດຂຶ້ນຢ່າງສຳເລັດຜົນ ແລະ ອວຍພອນໃຫ້ພະນັກງານ CMG ຈົ່ງມີຄວາມເບີກບານມ່ວນຊື່ນໃນປີຂານນີ້

2022-01-13 17:17:01 CRI

ທ່ານໂທມັສ ບັກສຫວັງໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງຈັດຂຶ້ນຢ່າງສຳເລັດຜົນ ແລະ ອວຍພອນໃຫ້ພະນັກງານ CMG ຈົ່ງມີຄວາມເບີກບານມ່ວນຊື່ນໃນປີຂານນີ້_fororder_巴赫


    ເນື່ອງໃນໂອກາດງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ປີໃໝ່ຈີນປີຂານຈະຫມູນວຽນມາເຖິງນີ້, ທ່ານໂທມັສ ບາຣ໌ ປະທານຄະນະກຳມະການໂອລິມປິກສາກົນໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານ ເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ເພື່ອສະແດງຄວຍາມຂອບໃຈ CMG ທີ່ໄດ້ໃຫ້ການສະໜັບສະໜູນກິລາໂອລິມປິກ, ທ່ານອວຍພອນ ແລະ ຫວັງໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງຈັດຂຶ້ນຢ່າງປອດໄພ ແລະ ສຳເລັດຜົນ ແລະ ອວຍພອນໃຫ້ພະນັກງານ CMG ຈົ່ງມີຄວາມເບີກບານມ່ວນຊື່ນໃນປີຂານນີ້.

 

     ໃນສານຂອງທ່ານໂທມັສ ບັກສໄດ້ລະບຸວ່າ:ຍັງເຫຼືອເວລາບໍ່ຮອດ 1 ເດືອນ ງານກິລາໂອລິມປິກລະດູຫນາວປັກກິ່ງກໍ່ຈະຈັດຂຶ້ນແລ້ວ, ພວກຂ້າພະເຈົ້າຫວັງຢ່າງຍິ່ງຫຼາຍຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ CMG ເພື່ອເກາະແຂນກັນກ້າວໄປໜ້າ,ພ້ອມກັນບັນລຸເປົ້າໝາຍຈັດງານກິລາໂອລິມປິກລະດູໜາວຄັ້ງນໄດ້ຢ່າງປອດໄພ ແລະ ສຳເລັດຜົນ.


      ໃນສານຂອງທ່ານເຊີ້ນໄຫຊົງທີ່ສົ່ງໄປຍັງທ່ານໂທມັສ ບັກສໄດ້ລະບຸວ່າ: ພາຍໃຕ້ການສະໜັບສະໜູນຂອງຄະນະກຳມະການໂອລິມປິກສາກົນ, CMG ໃນຖານະທີ່ເປັນຜູ້ໄດ້ຮັບສິດຖ່າຍທອດສົດໄດ້ກຽມພ້ອມຢ່າງເຕັມທີ່ເພື່ອຖ່າຍທອດສົດມະຫາກຳກິລາລະດູໜາວຄັ້ງນີ້.ພວກຂ້າພະເຈົ້າຍິນດີສືບຕໍ່ລົງເລິກການຮ່ວມມືກັບຄະນະກຳມະການໂອລິມປິກສາກົນເພື່ອເລົ່າເລື່ອງກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ດີ ກໍ່ຄື ຊຸກຍູ້ກິລາໂອລິມປິກ ແລະ ນ້ຳໃຈໂອລິມປິກໃຫ້ທົ່ວໂລກໄດ້ເບິ່ງໄດ້ຊົມຢ່າງກວ້າງຂວາງ ແລະ ດີກວ່າເກົ່າ.

 

ຄຳ​ເຫັນ

0