刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ການ​ບິນ​ສິງ​ກະ​ໂປ​​ຈະໃຫ້​ບໍ​ລິ​ການ​​ເຮືອ​ບິນ​ເໝົາ​ລຳ​ເພື່ອ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2022-01-13 15:19:23 cri

​ນັບແຕ່​ວັນ​ທີ 21 ມັງ​ກອນ​ຫາວັນ​ທີ 16 ມີນາ​ປີ​ນີ້, ບໍ​ລິ​ສັດ​ການ​ບິນ​ສິງ​ກະ​ໂປ​ຈະ​ໃຫ້​ບໍ​ລິ​ການ​​ເຮືອ​ບິນ​ເໝົາ​ລຳ​ບິນ​ຈາກ​ສິງ​ກະ​ໂ​ປ​​ໄປ​ນະ​ຄອນຫຼວງ​ປັກ​​ກິ່ງ​ຂອງ​ຈີນທຸກ​ມື້ ເພື່ອ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ກ່ອນ​ໜ້າ​ນີ້, ທ່ານ​ອິ​ສວາ​ຣານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ສິງ​ກະ​ໂປ​ ໄດ້​ໂພສ​ຄວາມ​ເຫັນ​ລົງ​ໃນ​ສື່​ສັງ​ຄົມ​ອອນລາຍ​ວ່າ: ການ​ບິນ​ສິງ​ກະ​ໂປ​ຈະ​ເປີດ​ບໍ​ລິ​ການ​​ເຮືອ​ບິນ​ເໝົາ​ລຳ​ໂອ​ລິມ​ປິກ​ຢູ່​ສະ​ໜາມ​ບິນ​ຊັງ​ກີ​ຂອງ​ສິງ​ກະ​ໂປ ເພື່ອ​ໃຫ້​ສິງ​ກະ​ໂປ​ກາຍ​ເປັນສູນກາງ​ຄົມ​ມະ​ນາ​ຄົມ​ທີ່​ຄົນ​ໃນ​ພາກ​ພື້ນ​ຈະ​ຜ່ານ​ສະ​ໜາມ​ບິນ​ຂອງ​ຕົນ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເປັນ​ໂອ​ກາດ​ທີ່​ດີ​ໃນ​ການ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຄົນ​ກັບ​ຄົນ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຕາມ​ຂ່າວ​ແຈ້ງວ່າ, ສິງ​ກະ​ໂປ, ໂຕ​ກຽວ, ຮົງ​ກົງ, ປາ​ຣີ ແລະ​ແຫ່ງ​ຕ່າງໆ​ກໍ​ຈະ​ເປີດ​ຖ້ຽວ​ບິນ​ໂອ​ລິມ​ປິກ​ທີ່​ບິນ​ໂດຍ​ກົງ​ໄປປັກ​ກິ່ງ.

ຄຳ​ເຫັນ

0