刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ຊີ​ຣີເຊັນ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ​​ວ່າ​ດ້ວຍການ​ຮ່ວມ​ມື​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2022-01-13 15:18:36 cri

​ວັນ​ທີ 12 ມັງ​ກອນ​ນີ້ຢູ່ນະ​ຄອນຫຼວງດາ​ມາ​ສ​ ປະ​ເທດ​ຊີ​ຣີ, ທ່ານ​ເຟີງ​ປ່ຽວ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຊີ​ຣີ ແລະ ຫົວ​ໜ້າ​ອົງ​ການ​​ແຜນ​ການ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຊີ​ຣີ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ສອງ​ປະ​ເທດ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ວ່າ​ດ້ວຍການ​ຮ່ວມ​ມື​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທ່ານ​​ເຟີງ​ປ່ຽວ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຊີ​ຣີ ທີ່​ເປັນ​ສະ​ມາ​ຊິກ​ໃໝ່​​ໃນການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ທ່ານ​ກ່າວ​ວ່າ: ​ການ​ທີ່ຈີນ​ແລະ​ຊີ​ຣີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສະ​ບັບ​ນີ້ ຈະ​ເຮັດໃຫ້​ສອງ​ຝ່າຍ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້ຈິ​ງ​ໃນ​ເງື່ອນ​ໄຂ​ປະ​ຫວັດ​ສາດ​ໃໝ່, ​​ເຮັດໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ເຊື່ອມ​ຕໍ່​ກັບ ຍຸດ​ທະ​ສາດ “ຫັນ​ໜ້າ​ສູ່​ຕາ​ເວັນ​ອອກ” ​ທີ່​ສະ​ເໜີ​ໂດຍ​ທ່ານບາ​ຊາ ອາ​ຊາດ ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ​ ທັງ​ເຮັດໃຫ້ຝ່າຍ​​ຈີນ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ສາ​ເສດ​ຖະ​ກິດຊີ​ຣີ​ຄືນ​ໃໝ່​​ໄດ້ ໂດຍ​ມີເປົ້າ​ໝາຍ​, ທິດ​ຊີ້​ນຳ​ແລະໂຄງ​ການ​ປະ​ຕິ​ບັດ​ງານ.

ຫົວ​ໜ້າ​ອົງ​ການ​ແຜນ​ການ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຊີ​ຣີ​ກ່າວ​ວ່າ: ຊີ​ຣີ​ແລະ​ຈີນ​ມີ​ການ​ພົວ​ພັນ​ທີ່​ມີມູນ​ເຊື້ອ​ໃນ​ປະ​ຫວັດ​ສາດມາ​ແຕ່​ດົນ​ນານ​ແລ້ວ. ການ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຊີ​ຣີ ຈະ​ເປັນ​ການເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ​ໄຟ​ຟ້າ ແລະ​ອື່ນໆ ແລະ​ຈະ​ຊ່ວຍ​ຊຸກ​ຍູ້​ໃຫ້​ຊີ​ຣີ​ຮ່ວມ​ມື​ກັບ​ປະ​ເທດ​ໃກ້​ຄຽງ.

ຄຳ​ເຫັນ

0