刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ອາ​ເມ​ຣິ​ກາຫຼາຍກວ່າ 50% ເຫັນ​ວ່າ: ປະ​ຊາ​ທິ​ປະ​ໄຕ​ອາ​ເມ​ຣິ​ກາ​ພວມຢູ່​ໃນ​ໄລ​ຍະ​ອັນ​ຕະ​ລາຍ​ທີ່​ຈະ​ພັງ​ທະ​ລາຍ

2022-01-13 16:31:23 cri

ປະ​ຊາ​ຊົນ​ອາ​ເມ​ຣິ​ກາຫຼາຍກວ່າ 50% ເຫັນ​ວ່າ: ປະ​ຊາ​ທິ​ປະ​ໄຕ​ອາ​ເມ​ຣິ​ກາ​ພວມຢູ່​ໃນ​ໄລ​ຍະ​ອັນ​ຕະ​ລາຍ​ທີ່​ຈະ​ພັງ​ທະ​ລາຍ_fororder_nm090716014

ຕ​າມ​ຂ່າວ​ຈາກ​ເວັບ​ໄຊຂ່າວ​ສານ​ຝ​ຣັ່ງ​ແລະ​ເວັບ​ໄຊ​ຂອງວາ​ລະ​ສານ​ຟອບ ທີ່​ລາຍ​ງານ​ໃນ​ວັນ​ທີ 12 ມັງ​ກອນ​ນີ້, ຜົນ​ການ​ຢັ່ງ​ຫາງ​ສຽງຄັ້ງຫຼ້າ​ສຸດ​ທີ່​ເຜີຍ​ແຜ່​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຄີວນ​ນິ​ພິ​ແອກ​ ສະ​ແດງ​ໃຫ້​ເຫັນ​ວ່າ: ຫຼັງ​ຈາກ​ເກີດ​ເຫດ​ການ​ວຸ້ນ​ວາຍ​ຢູ່​ອາ​ຄານ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ຜ່ານ​ມາ​ໄດ້ 1 ປີ​ແລ້ວ, ມີ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເກືອບ 60% ເຫັນ​ວ່າ: ປະ​ຊາ​ທິປະ​ໄຕ​ຂອງ​ອາ​ເມ​ຣິ​ກາ​ພວມ​ຢູ່​ໃນ​​ໄລ​ຍະອັນ​ຕະ​ລາຍ​ທີ່​ຈະ​​ພັງທະ​ລາຍ.

ຜົນ​ການ​ຢັ່ງ​ຫາງ​ສຽງດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​​ເຂົ້າ​ຮ່ວມ​ການ​ຢັ່ງ​ຫາງ​ສຽງ 58% ເຫັນ​ວ່າ ປະ​ຊາ​ທິ​ປະ​ໄຕ​ອາ​ເມ​ຣິ​ກາ​​ພວມ​ຢູ່​ໃນ​ໄລ​ຍະ​ອັນ​ຕະ​ລາຍ​ທີ່​ຈະ​ພັງ​ທະ​ລາຍ, ມີ 37% ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ. ນອກ​ນີ້, ເຖິງວ່າ​ມີ​ຄວາມ​ຂັດ​ແຍ້ງຢ່າງຫຼວງຫຼາຍ​ໃນຫຼາຍ​ບັນ​ຫາ, ແຕ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກ່ຽວ​ກັບຫຼັກ​ໝັ້ນ​ທາງ​ການ​ເມືອງ​ວ່າ ອາ​ເມ​ຣິ​ກາ​ພວມ​ຢູ່​ໃນ​ໄລ​ຍະອັນ​ຕະ​ລາຍ, ຜູ້​​ເຂົ້າ​ຮ່ວມ​ການ​ຢັ່ງ​ຫາງ​ສຽງ 53% ເຫັນ​ວ່າ: ເຫດ​ການ​ວຸ້ນ​ວາຍ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ຄານ​ລັດ​ຖະ​ສະ​ພາ​ໃນ​ເດືອນ​ມິ​ຖຸ​ນາ​ປີ 2021 ຜ່ານ​ມາ ຍັງ​ຈະ​ເກີດ​ຂຶ້ນ​ອີກ​ຄັ້ງ​ໜຶ່ງ.

ນອກ​ນີ້, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 53% ຄາດ​ວ່າ: ໃນ​​ໄລ​ຍະ​ເວ​ລາທີ່​ເຂົາ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່, ຄວາມ​ຂັດ​ແຍ້ງ​ທາງ​ການ​ເມືອງ​ຢູ່​ອາ​ເມ​ຣິ​ກາ​ຍັງ​ຈະ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0