吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງນາຍົກເຢຍລະມັນຮຽກຮ້ອງໃຫ້ເພິ່ມທະວີດ້ານອຸດສາຫະກຳແຕ່ຕ້ອງປົກປັກຮັກສາດິນຟ້າອາກາດ

2022-01-14 14:45:06 CRI

ຮອງນາຍົກເຢຍລະມັນຮຽກຮ້ອງໃຫ້ເພິ່ມທະວີດ້ານອຸດສາຫະກຳແຕ່ຕ້ອງປົກປັກຮັກສາດິນຟ້າອາກາດ_fororder_webwxgetmsgimg


    ວັນທີ 13 ມັງກອນນີ້, ທ່ານໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດເຢຍລະມັນໄດ້ກ່າວຄຳປາໄສຢູ່ສະພາສະຫະພັນຮຽກຮ້ອງໃຫ້ເພີ່ມທະວີດ້ານອຸດສາຫະກຳແຕ່ຕ້ອງປົກປັກຮັກສາດິນຟ້າອາກາດ.


   ທ່ານຮາເປັກໄດ້ຊີ້ແຈງວ່າຄວນຖືເອົາບັນຫາການປົກປັກຮັກສາດິນຟ້າອາກາດເປັນໂອກາດີພັດທະນາເສດຖະກິດ, ໂດຍຜະເຊີນຫນ້າກັບສະພາບທີ່ລາຄາພະລັງງານຖີບໂຕສູງຂຶ້ນເລື້ອຍໆ,ເຢັຍລະມັນຄວນຫຼຸດລະດັບການອາໄສການນຳເຂົ້າພະລັງງານຕ່າງໆ ເຊັ່ນ: ອາຍແກັສທຳມະຊາດ, ນ້ຳມັນເຊື້ອໄຟ ແລະ ຖ່ານຫີນເປັນຕົ້ນ, ພ້ອມທັງເລັ່ງຊຸກຍູ້ການນຳໃຊ້ພະລັງງານສີຂຽວຕ່າງໆ ເຊັ່ນ: ພະລັງງານລົມ ແລະ ພະລັງງານແສງຕາເວັນເປັນຕົ້ນ. ນີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ສິ່ງແວດລ້ອມເທົ່ານັ້ນ ຍັງຈະສາມາດປຸກລະດົມຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຂອງເຢຍລະມັນໄດ້ນຳອີກ.


     ທ່ານຮາເປັກຍັງຮຽກຮ້ອງໃຫ້ພັກຕ່າງໆຮ່ວມກັນພິຈາລະນາເຖິງການປ່ຽນຮູບແບບພະລັງງານປ່ຽນຮູບການ.ທ່ານໄດ້ເນັ້ນໜັກວ່າການປົກປັກຮັກສາດິນຟ້າອາກາດຈະສ້າງໂອກາດໃຫ້ກັບການພັດທະນາອຸດສາຫະກຳ,ການປົກປັກຮັກສາດິນຟ້າອາກາດເປັນ“ສິ່ງທ້າທາຍແຕ່ສາມາດຊ່ວຍໃຫ້ພວກເຮົາເຕີບໂຕໄດ້”.   

ຄຳ​ເຫັນ

0