吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ຂາ​ເຂົ້າ​-ຂາ​ອອກ​ຂອງຈີນ​ໃນ​ປີ 2021 ໄດ້​ບຸກ​ທະ​ລຸ 6000 ຕື້​ໂດ​ລາ​ເປັນ​ຄັ້ງ​ທຳ​ອິດ

2022-01-14 14:49:19 ​cri

    ຫ້ອງວ່າ​ການ​ຖະ​ແຫຼງ​ຂ່າວ​ຂອງລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 14 ມັງ​ກອນ​ນີ້, ທ່ານຫຼີ​ຄູຍ​ເວີນ ໂຄ​ສົກ​ອົງ​ການ​ພາ​ສີ​​ແຫ່ງ​ຊາດ​ຈີນ​ໄດ້​ແນະ​ນຳ​ໃຫ້​ຮູ້​ກ່ຽວ​ກັບສະ​ພາບ​​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2021.

    ຕົວ​ເລກ​ສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ສະ​ແດງ​ໃຫ້​ເຫັນ​ວ່າ: ຍອດ​ມູນ​ຄ່າຂາ​ເຂົ້າ-ຂາ​ອອກ​​ຂອງ​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ໃນ​ປີ 2021 ມີ​ເຖິງ 39.100 ຕື້​ຢວນ, ເພີ່ມ​ຂຶ້ນ 21,4% ເມື່ອ​ທຽບ​ກັບ​ປີ 2020.

    ໃນ​ປີ 2021, ຖ້າຄິດ​ໄລ່ເປັນ​ສະ​ກຸນ​ເງິນ​ໂດ​ລາ, ຍອດ​ມູນ​ຄ່າ​ຂາ​ເຂົ້າ​-ຂາ​ອອກ​ຂອງຈີນ​ໃນ​ປີ 2021 ໄດ້ມີ​ເຖິງ 6.050 ຕື້​ໂດ​ລາ, ເຊິ່ງໄດ້​ບຸກ​ທະ​ລຸຕົວ​ເລກ 6000 ຕື້​ໂດ​ລາ​ເປັນ​ຄັ້ງ​ທຳ​ອິດ.

 

ຄຳ​ເຫັນ

0