刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ກູ​ເຕີ​ເລ​ສ​ ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ແມ່ນເຫດ​ການ​ສຳ​ຄັນ​ທີ່​​ສ້າງ​ຄວາມ ສາ​ມັກ​ຄີ​ກັບ​ທົ່ວ​ປວງ​ຊົນ, ທ່ານ​ເອງ​ຈະ​ເຂົ້າ​ຮ່ວມ​ພິ​ທີເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງ

2022-01-14 15:02:06 cri

图片默认标题_fororder_微信图片_20220114145751

ໃນວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ກູ​ເຕີ​ເລ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ ສ​ປ​ຊ ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ສາ​ມາດ​ສ້າງ​ຄວາມສາ​ມັກ​ຄີ​ກັບ​ທົ່ວ​ປວງ​ຊົນ ແລະ​ສ້າງ​ສັນ​ຕິ​ພາບ, ທັງ​ກ່າວ​ເນັ້ນ​ໜັກ​ວ່າ ທ່ານ​ເອງ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ທ່າ​ນ​ກ່າວ​ວ່າ: “ງານ​ກິ​ລາ​ໂອ​ລິມ​ປິກ​ແມ່ນ​​ເຫດ​ການ​ສຳ​ຄັນ​ຢ່າງ​​ຍິ່ງ, ແມ່ນ​ເຫດ​ການ​ທີ່​ຖື​​ເອົາການ​ສ້າງ​ຄວາມ​ສາ​ມັກ​ຄີ​ກັບ​ທົ່ວ​ປວງ​ຊົນ​ດ້ວຍ​​ກິ​ລາ​ເປັນ​ຂີດ​ໝາຍ ແລະ​ສົ່ງ​ເສີມ​ສັນ​ຕິ​ພາບ, ໂອ​ລິມ​ປິກ​ຄວນ​ແມ່ນງານ​ສືບ​ທອດ​ສັນ​ຕິ​ພາບ​ຂອງ​ໂລກ​, ບໍ່​ຄວນ​ມີ​ປັດ​ໃຈ​ການ​ເມືອງ​​ເຂົ້າ​ມາແຊກ​ແຊງ. ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ ຈະ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແນ່ນອນ.”

ຄຳ​ເຫັນ

0