刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ, ອາ​ເມ​ຣິ​ກາ​ຕ້ອງ​ເປັນ​ຈຳ​ເລີຍ

2022-01-14 15:03:51 cri

图片默认标题_fororder_微信图片_20220114145757

ວັນ​ທີ 13 ​ມັງ​ກອນ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ອາ​ເມ​ຣິ​ກາແມ່ນ​ຜູ້ຊຸກ​ຍູ້​ໃຫ້​ເກີດ​ວິ​ກິດ​ການ​ຊາວ​ອົບ​ພະຍົບ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ, ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ, ອາ​ເມ​ຣິ​ກາບໍ່​ແມ່ນ​ປະ​ລາ​ມາ​ຈານ ແຕ່​ຕ້ອງ​ແມ່ນ​ຈຳ​ເລີຍ.

ຕາມ​ຂ່າວ​ແຈ້ງວ່າ: ປັດ​ຈຸ​ບັນ, ຊາວ​ອົບ​ພະ​ຍົບ​ແລະ​ຜູ້ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ໃນ​ໂລກ​ມີຫຼາຍກວ່າ​ 80 ລ້ານ​ຄົນ, ແຕ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໄດ້​ຮັບ​ເອົາຊາວ​ອົບ​ພະ​ຍົບ 86% ໃນ​ທົ່ວ​ໂລກ ເຊິ່ງ​ໄດ້​ສ້າງ​ຄວາມ​ກົດ​ດັນ​ທາງ​ເສດ​ຖະ​ກິດ​ແລະ​ສັງ​ຄົມ, ສະ​ນັ້ນ ຈຶ່ງ​​ຮຽກ​ຮ້ອງ​​ວ່າ ອາ​ເມ​ຣິ​ກາ​ທີ່​ເປັນ​ຜູ້ສ້າງ​ວິ​ກິດ​ການ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເລື່ອງ​ນີ້.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ແມ່ນ​ຜູ້​ລ່ວງ​ລ້ຳ​ສິດ​ທິ​ມະ​ນຸດ​ຂອງ​ຊາວ​ອົບ​ພະ​ຍົບ. ​ນັບແຕ່​ປີ 2001 ເປັນ​ຕົ້ນ​ມາ, ການ​ແຊກ​ແຊງ​ປະ​ເທດ​ອື່ນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍກວ່າ 800.000 ຄົນ​ເສຍ​ຊີ​ວິດ, ພຽງ​ແຕ່​​ຢູ່ອັ​ຟ​ກາ​ນີ​ສະ​ຖານ, ອີ​ຣັກ, ຊີ​ຣີ​ແລະ​ປະ​ເທດ​ອື່ນໆ​ທີ່​ຖືກ​ເຄາະ​ຮ້າຍ​ກໍ​ມີ​ຊາວ​ອົບ​ພະ​ຍົບຫຼາຍກວ່າ 20 ລ້ານ​ຄົນ​ແລ້ວ. ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ​ຊາວ​ອົບ​ພະ​ຍົບ​ເຊື້ອ​ສາ​ຍ​ອາ​ຊີ, ອາ​ຟ​ຣິ​ກາ ແລະ​ອາ​ເມ​ຣິ​ກາ​ລາ​ຕິນ​ທີ່​ຢູ່​ອາ​ເມ​ຣິ​ກາ​ຖືກ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ແລະ​ຖືກ​ທຳ​ຮ້າຍຍ້ອນຄວາມ​ຄຽດ​ຊັງ. ພ​ວກ​ຂ້າ​ພະ​ເຈົ້າ​​ຮຽກ​ຮ້ອງໃຫ້​ອາ​ເມ​ຣິ​ກາ ຈົ່ງ​ເອົາ​ໃຈ​ໃສ່​ພິ​ຈາ​ລາ​ນາ ແລະ​ແກ້​ໄຂ​ການ​ກະ​ທຳ​​ອັນໂຫດ​ຮ້າຍ​ຕ່າງໆ​ໃນ​ບັນ​ຫາ​ຊາວ​ອົບ​ພະ​ຍົບ.

ຄຳ​ເຫັນ

0