吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຍີ່​ປຸ່ນ​ຕົກ​ລົງ​ຈະ​​ຈຳ​ກັດ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນພ​ຣາ​ສ​ຕິກທີ່​ໃຊ້​ໄດ້​ເທື່ອ​ດຽວ

2022-01-14 14:46:37 cri

    ວັນ​ທີ 14 ມັງ​ກອນ​ນີ້, ກອງ​ປະ​ຊຸມລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຕົກ​ລົງ​ຈັດ​ເອົາ​ຜະ​ລິດ​ຕະ​ພັນ​ພ​ຣາ​ສ​ຕິກ 12 ປະ​ເພ​ດ ເຊັ່ນ: ບ່ວງ​ພ​ຣາ​ສ​ຕິກ, ທໍ່​ດູດພ​ຣາ​ສ​ຕິກ ແລະ​ອື່ນໆ​ເປັນ​ຜະ​ລິດ​ຕະ​ພັນພ​ຣາ​ສ​ຕິກທີ່​ໃຊ້​ໄດ້​ເທື່ອ​ດຽວ​ທີ່​ຕ້ອງ​ຫຼຸດ​​ຈຳ​ນວນ​ໃຫ້ໜ້ອຍ​ລົງ, ເພື່ອ​ຈຳ​ກັດການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ພ​ຣາ​ສ​ຕິກ​ທີ່​ໃຊ້​ໄດ້​​ເທື່ອ​ດຽວ.

    ອີງ​ຕາມ​ຂໍ້​ກຳ​ນົດ, ​ຮ້ານ​ຂາຍ​ຍ່ອຍ, ໂຮງແຮມ ແລະ​ຮ້ານ​ອາ​ຫານທີ່​​ຂາຍ ແລະ​ນຳ​ໃຊ້ຜະ​ລິດ​ຕະ​ພັນພ​ຣາ​ສ​ຕິກ​ຫຼາຍກວ່າ 5 ໂຕນ​​ຕໍ່ປີ​ນັ້ນ,  ຕ້ອງ​ປະ​ຕິ​ບັດພັນ​ທະ​​ຕາມມາດ​ຕະ​ການ​ກ່ຽວ​ກັບ​ການຫຼຸດ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນພ​ຣາ​ສ​ຕິກ​ທີ່​ໃຊ້​ໄດ້​ເທື່ອ​ດຽວ.

ຄຳ​ເຫັນ

0