徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານປະທານສີຈິ້ນຜີງຈະເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກປີ 2022 ຜ່ານທາງວິດີໂອແລະກ່າວຄຳປາໄສ

2022-01-15 15:50:24 cri

ຕາມຂ່າວCRI: ໂດຍຕອບສະໜອງການເຊື້ອເຊີນຂອງທ່ານຄຼາວສ ມາຕິນ ສວັບ, ຜູ້ປະດິດຕັ້ງທັງເປັນປະທານຄະນະບໍລິຫານງານຂອງເວທີປຶກສາຫາລືເສດຖະກິດໂລກ, ທ່ານສີຈິ້ນຜີງ, ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກປີ 2022 ຜ່ານທາງວິດີໂອແລະກ່າວຄຳປາໄສທີ່ນະຄອນຫຼວງປັກກິ່ງໃນວັນທີ 17 ມັງກອນນີ້. ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 14 ມັງກອນນີ້ວ່າ, ທ່ານປະທານສີຈິ້ນຜີງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກປີ 2022, ຜ່ານທາງວິດີໂອແລະກ່າວຄຳປາໄສນັ້ນ, ມີຄວາມໝາຍທີ່ສຳຄັນຫຼາຍ.

 

ທ່ານຫວ່າງເວີນປີ່ນກ່າວວ່າ, ປັດຈຸບັນນີ້, ພະຍາດໂຄວິດ-19 ຍັງພວມແຜ່ລະບາດຢ່າງຮ້າຍແຮງ, ການຟື້ນຟູເສດຖະກິດໂລກມີໄດ້ພົບບັນຫາຫຼາຍກວ່າເກົ່າ, ມວນມະນຸດກຳລັງປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ຈີນຈະສືບຕໍ່ສຸມກຳລັງເຂົ້າໃນການປົກປ້ອງແລະປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ຍິນດີເພີ່ມທະວີການຮ່ວມມືກັບປະເທດຕ່າງໆເພື່ອ, ຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ, ປະກອບສ່ວນທາງປັນຍາແລະກຳລັງຂອງຈີນເຂົ້າໃນການພັດທະນາຂອງໂລກພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

 

ຄຳ​ເຫັນ

0