徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການສະຫະປະຊາຊາດໃຊ້ງົບປະມານ 150 ລ້ານໂດລາເຂົ້າໃນການສະໜັບສະໜູນໂຄງການຊ່ວຍເຫຼືອມະນຸດສະທຳທີ່ມີທຶນບໍ່ພຽງພໍ 13 ໂຄງການ

2022-01-15 15:52:51 cri

ຕາມຂ່າວCRI: ວັນທີ 13 ມັງກອນນີ້, ອົງການສະຫະປະຊາຊາດໄດ້ໃຊ້ງົບປະມານ 150 ລ້ານໂດລາສະຫະລັດຈາກກອງທຶນຮັບມືສຸກເສີນສູນກາງ, ເພື່ອສະໜັບສະໜູນໂຄງການຊ່ວຍເຫຼືອມະນຸດສະທຳທີ່ມີທຶນບໍ່ພຽງພໍຢູ່ທະວີບອາຟຼິກາ, ທະວີບອາເມຣິກາ, ທະວີບອາຊີແລະພາກພື້ນອື່ນໆ 13 ໂຄງການ.

 

ໃຊ້ງົບປະມານຈາກກອງທຶນຮັບມືສຸກເສີນສູນກາງຂອງ ສປຊ ໃນຄັ້ງນີ້ຈະໃຊ້ເຂົ້າໃນການສະໜັບສະໜູນການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳທີ່ດຳເນີນຢູ່ອາຊີຣີສາທາລະນະລັດປະຊາທິປະໄຕກົງໂກ,​ ຊູດັງ, ບູກີນາຟາໂຊ, ຮາຍຕີ, ລີບັງແລະປະເທດອື່ນໆ.

 

ທ່ານມາຕິນ ກຣີຟີສ, ຮອງເລຂາທິການໃຫຍ່ທີ່ຮັບຜິດຊອບວຽກງານມະນຸດສະທຳທັງເປັນຜູ້ປະສານງານໃນການຊ່ວຍເຫຼືອສຸກເສີນຂອງອົງການສະຫະປະຊາຊາດກ່າວວ່າ: ງົບປະມານກ້ອນໃຫຍ່ທີ່ສຸດໃນປະຫວັດສາດຂອງກອງທຶນຮັບມືສຸກເສີນສູນກາງທີ່ຈະໃຊ້ໃນຄັ້ງນີ້ຈະສາມາດຊ່່ວຍແກ້ໄຂບັນຫາຄວາມຕ້ອງການຢ່າງຮີບດ່ວນທີ່ສຸດຂອງກຸ່ມຄົນອ່ອນແອໃນສັງຄົມ.​

 

ຄຳ​ເຫັນ

0