郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພູໄຟ​ພື້ນ​ທະ​ເລ​ທີ່​ທົງ​ກາລະ​ເບີດອີກ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ຫຼາຍ​ປະ​ເທດເກາະ​ດອນມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ

2022-01-16 16:38:31 cri

ຫຼັງ​ຈາກ​ພູ​ໄຟ​ພື້ນ​ທະ​ເລ​ຢູ່​ລາ​ຊາ​ອາ​ນາ​ຈັກ​ທົງ​ກາ ປະ​ເທດ​ເກາະ​ດອນ​ມະ​ຫາ​ສະ​ໝຸດປາ​ຊິ​ຟິກ​ໃຕ້​ໄດ້​ລະ​ເບີດໃນວັນ​ທີ14ມັງ​ກອນ​ນີ້ແລ້ວ,ວັນ​ທີ15ໄດ້​ລະ​ເບີດອີກ, ຢູ່​ນະ​ຄອນ​ຫຼວງ​ນູ​ຄູ​ອາ​ລໍ​ຟາ​ໄດ້​ສັງ​ເກດ​ເຫັນ​ມີ​ຄື້ນ​ຊຸ​ນະ​ມິ. ປະ​ເທດ​ອ້ອມ​ຂ້າງ ເຊັ່ນ ຟິ​ຈີ ເຊິ​ມົວ ແລະ​ນີວ​ຊີ​​ແລນ ລ້ວນ​ແຕ່​ປະ​ກາດ​ຄຳ​ເຕືອນ​ຄື້ນ​ຊຸ​ນະ​ມິ.

ວິ​ດີ​ໂອ​ທາງ​ສື່​ສັງ​ຄົມ​ອອນລາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ມີ​ຟອງ​ໃຫຍ່​​ກະ​ທົບ​ຝັ່ງ​ທະ​ເລ​ຈົນ​ຖ້ວມ​ເສັ້ນ​ທາງ​ແລະ​ຫຼັ່ງ​ໄຫຼເຂົ້າ​ເຮືອນ​ປະ​ຊາ​ຊົນ. ແຕ່​ຍັງ​ບໍ່​ມີ​ການ​ລາຍ​ງານການເສຍ​​ຊີ​ວິດແລ​ະ​ບາດ​ເຈັບ​ຊົ່ວ​ຄາວ, ກໍ​ບໍ່​ຮູ້​ສະ​ພາບ​ການ​ເສຍ​ຫາຍ​ດ້ານ​ຊັບ​ສິນ​​ຢ່າງ​ລະ​ອຽດ​ເທື່ອ.

ພູ​ໄຟ​ທີ່​ລະ​ເບີດເທື່ອນີ້ ແມ່ນ​ເລີ່ມ​ຄຶກ​ຄຶ້ນ​ໃນ​ວັນ​ທີ20ທັນ​ວາ​ປີ2021ຜ່ານ​ມາ, ຮອດ​ວັນ​ທີ11ມັງ​ກອນນີ້​ໄດ້​ເຂົ້າ​ສູ່​ໄລ​ຍະ​ຢຸດ​ເຊົາ​ເປັນ​ເວ​ລາ​ສັ້ນ. ພູ​ໄຟ​ໜ່ວຍນີ້​ເຄີຍ​​ລະ​ເບີດຫຼາຍ​ເທື່ອໃນ​ທ້າຍ​ປີ2014 ແລະ​ຕົ້ນ​ປີ2015,ເຄີຍ​ເຮັດ​ໃຫ້​ການ​ຈໍ​ລະ​ຈອນ​ທາງ​ອາ​ກາດ​ຂອງ​ທົງ​ກາ​ເປ້ຍ​ລ່ອຍ. ລາ​ຊາ​ອາ​ນາ​ຈັກ​ທົງ​ກາ​ມີ​ປະ​ຊາ​ກອນ​ປະ​ມານ 105.000 ຄົນ.

ພູໄຟ​ພື້ນ​ທະ​ເລ​ທີ່​ທົງ​ກາລະ​ເບີດອີກ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ຫຼາຍ​ປະ​ເທດເກາະ​ດອນມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ_fororder_30401579

ພູໄຟ​ພື້ນ​ທະ​ເລ​ທີ່​ທົງ​ກາລະ​ເບີດອີກ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ຫຼາຍ​ປະ​ເທດເກາະ​ດອນມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ_fororder_1470470281

 

ຄຳ​ເຫັນ

0