吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ກະຊັກ​ສະຖານ​ສ້າງ​ກອງ​ທຶນ​ເພື່ອ​ແກ້​ໄຂ​ບັນຫາ​ທາງ​ສັງຄົມ​ປະ​ເພດຕ່າງໆ

2022-01-16 12:18:30 CRI

ລັດຖະບານ​ກະຊັກ​ສະຖານ​ສ້າງ​ກອງ​ທຶນ​ເພື່ອ​ແກ້​ໄຂ​ບັນຫາ​ທາງ​ສັງຄົມ​ປະ​ເພດຕ່າງໆ_fororder_哈萨克

 

    ວັນ​ທີ 15 ມັງກອນ​ນີ້, ​ເວັບ​ໄຊ​ລັດຖະບານ​ກະ​ຊັກ​ສະຖານ​ແຈ້ງ​ຂ່າວ​ວ່າ, ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ກາ​ຊິ​ມ ​ໂຈ​ມາດ ​ໂທ​ກາ​ເຢັຟ ປະທານາທິບໍ​ດີ​ກະຊັກ​ກາ​ສະຖານ, ​ໄດ້​ສ້າງກອງ​ທຶນ​ທາງ​ສັງຄົມ “​ເພື່ອ​ປະຊາຊົນ​ກະຊັກ​ກາ​ສະຖານ”​ແລ້ວ.​

 

    ຈຸດປະສົງ​ທີ່​ສ້າງ​ກອງ​ທຶນ​ດັ່ງ​ກ່າວ​ແມ່ນ​ເພື່ອ​ໃຫ້​ການ​ສະໜັບສະ​ໜູນ ​ແລະ ການ​ຊ່ວຍ​ເຫຼືອ​ຕໍ່​ປະຊາຊົນ​ກະຊັກ​​ສະຖານ, ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ສາທາລະນະ​ສຸກ, ການ​ສຶກສາ, ວັດທະນະທຳ ​ແລະ ກິລາ​ເປັນ​ຕົ້ນ.

 

    ນອກ​ນີ້, ກອງ​ທຶນ​ຍັງ​ຈະ​ສະໜັບສະໜູນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງດ້ານກິລາ​ສຳລັບ​ເດັກນ້ອຍ ​ແລະ ກຸ່ມ​ຄົນ​ທີ່​ດ້ອຍ​ໂອກາດ ​ພ້ອມ​ທັງ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ຄອບຄົວ​ຂອງ​ບຸກຄົນ​ໃນ​ພາກສ່ວນ ຫຼື ອົງການ​ທີ່​ເສຍ​ຊີວິດໃນການ​ປົກ​ປັກ​ຮັກສາ​ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມ​ໝັ້ນຄົງ​ຂອງຊາດ.

ຄຳ​ເຫັນ

0