郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ທິ​ບໍ​ດີ​ເຊັກ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ຄັດ​ຄ້ານ​ການ​ຫັນ​​ງານກິ​ລາ​ໂອ​ລິມ​ປິກ​ເປັນ​​ບັນ​ຫາ​ການ​ເມືອງ

2022-01-16 16:36:12 cri

ປະ​ທາ​ທິ​ບໍ​ດີ​ເຊັກ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ຄັດ​ຄ້ານ​ການ​ຫັນ​​ງານກິ​ລາ​ໂອ​ລິມ​ປິກ​ເປັນ​​ບັນ​ຫາ​ການ​ເມືອງ_fororder_1879768240

​ວັນ​ທີ15ມັງ​ກອນນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເຊັກ​ໄດ້​ປະ​ກາດ​ວິ​ດີ​ໂອ​ຕອນ​ໜຶ່ງ,ໃນ​ນັ້ນ ທ່ານ​ມີ​ໂຣ​ສ ເຊ​ມານ ປະ​ທາ​ນາ​ທິ​ບໍ​ດີ​ເຊັກ​ໄດ້​ກ່າວ​ຕໍ່​ນັກ​ກິ​ລາ​ທີ່​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໂດຍຄັດ​ຄ້ານ​ການ​ຫັນ​ງານ​ກິ​ລາ​ໂອ​ລິມ​ປິກ​ເປັນ​​ບັນ​ຫາ​ການ​ເມືອງ, ທ່ານ​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າເດັດ​​ດ່ຽວຄັດ​ຄ້ານແນວ​ຄິດ​ໂອ​ລິມ​ປິກ​ຖືກ​ນຳ​ໃຊ້ທາງ​ດ້ານ​ການ​ເມືອງ​.”

ນອກນີ້ ທ່ານ​ເຊມານ​ກ່າວ​ວ່າ: ໃນ​ປະ​ຫວັດ​ສາດ ງານ​ກິ​ລາ​ໂອ​ລິມ​ປິກ​​ມົ​ສ​ກູ​ແລະ​ລົ​ສ​ແອນ​ເຈີ​ລີ​ສ​ ລ້ວນ​ແຕ່​ຖືກ​ສະ​ກັດ​ກັ້ນ,ສຳ​ລັບ​ການ​ສະ​ກັດ​ກັ້ນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ໃຊ້​ວິ​ທີ​ທີ່​ແນບ​​ນຽນກວ່າ. ທ່ານ​ກ່າວ​ວ່າ: “ເວົ້າ​ກົງ​ໄປ​ກົງ​ມາແລ້ວ,​ຕົວ​ຕະ​ຫຼົກທາງ​ການ​ເມືອງ​ເຫຼົ່າ​ນີ້​ບໍ່​ເຂົ້າ​ຮ່ວມ​ງານ​ຈະ​ບໍ່​ເກີດ​ມີ​ຜົນ​ກະ​ທົບ​​ຫຍັງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​.”

ວັນ​ທີ14ມັງ​ກອນນີ້, ຕາມ​ຂ່າວ​ຈາກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ເຊັກ: ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ນີ້,ເຊັກ​ຈະ​ສົ່ງ​ນັກ​ກິ​ລາ​​ຮ່ວມ​ງານທີ່​ມີ​ຈຳ​ນວນ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຂອງ​ປະ​ເທດ​ຕົນ, ປັດ​ຈຸ​ບັນ​ໄດ້​ມີ​ນັກ​ກິ​ລາ113ຄົນ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ​ກິ​ລາ​ແລ້ວ, ແລະ​ຕົ​ວ​ເລກນີ້​ອາດ​ຈະ​ເພີ່ມ​ຂຶ້ນ. ກ່ອນ​ໜ້ານີ້ ສະ​ຖິ​ຕິ​ສູງ​ສຸດ​ແມ່ນ95ຄົນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວພຽງ​ຊາງ​ໃນ​ປີ2018.

ຄຳ​ເຫັນ

0