吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານຈະ​ເຂົ້າ​ຮ່ວມ​ພິທິ​ໄຂງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ ​ແລະ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນຕ່າງໆ

2022-01-16 12:23:59 CRI

ອີຣານຈະ​ເຂົ້າ​ຮ່ວມ​ພິທິ​ໄຂງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ ​ແລະ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນຕ່າງໆ_fororder_webwxgetmsgimg (1)

 

      ວັນ​ທີ 14 ມັງກອນ​ນີ້, ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດການ​ເຈລະຈາ​ກັບ​ທ່ານ​ຮູ​ເຊ​ນ ອາ​ເມຍ ອັບ​ດູລາ​ຮຽນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອີຣານຢູ່​ນະຄອນ​ອູ໋​ຊີ່​ຂອງ​ຈີນ. ​ໃນ​ເວລາ​ເຈລະຈາ, ທ່ານ​ອັບ​ດູລາ​ຮຽນ​ກ່າວ​ວ່າ, ຂອບ​ໃຈ​ຈີນ​ທີ່ໃຫ້​ການ​ສະໜັບສະໜູນ​ອັນ​ແຂງ​ແຮງ​ໃຫ້​ແກ່​ອີຣານ​ເພື່ອ​ຕ້ານ​ພະຍາດ​ໂຄ​ວິດ-19. ອີຣານ​ເດັດດ່ຽວ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ອີຣານ ກັບ ຈີນ, ຫວັງ​ຢາກ​ຖອດຖອນ​ບົດຮຽນ​ກາ​ນພັດທະນາ ​ແລະ ​ເຕັກນິກ​ອັນ​ກ້າວໜ້າ​ຂອງ​ຈີນ, ຍິນ​ດີ​ເປັນ​ຄູ່​ຮ່ວມ​ມື​ທີ່​ຫນ້າ​ເຊື່ອຖື ​ແລະ ໄວ້ວາງໃຈ​ໄດ້​​​ຍາວນານ​ຂອງ​ຈີນ. ອີຣານ​ເດັດດ່ຽວ​ສະໜັບສະໜູນ​ຈີນ​ໃນການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຢ່າ​ງສຳ​ເລັດ​ຜົນ, ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ງານພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິ​ກລະດູ​ໜາວ​ປັກ​ກິ່ງ ​ແລະ ການ​ແຂ່ງຂັນ​ຕ່າງໆ.

ຄຳ​ເຫັນ

0