黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຂົນ​ສົ່ງ​ຜູ້​ໂດຍ​ສາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນປີ 2022 ໄດ້ເລີ່ມ​ຂຶ້ນ​ແຕ່​ວັນ​ທີ 17 ມັງ​ກອນ​ນີ້

2022-01-17 15:48:07 cri

 

ການ​ຂົນ​ສົ່ງ​ຜູ້​ໂດຍ​ສາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນປີ 2022 ໄດ້ເລີ່ມ​ຂຶ້ນ​ແຕ່​ວັນ​ທີ 17 ມັງ​ກອນ​ນີ້_fororder_2022-01-17_154556

  ການ​ຂົນ​ສົ່ງ​ຜູ້​ໂດຍ​ສາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນປີ 2022 ​ໄດ້ເລີ່ມ​ຂຶ້ນ​ແຕ່​ວັນ​ທີ 17 ມັງ​ກອນ​ນີ້ຢ່າງ​ເປັນ​ທາງ​ການ. ອີງ​ຕາມ​ການ​ຄາດ​ຄະ​ເນ​ໂດຍ​ລວມ​ຂອງ​ພາກ​ສ່ວນ​ຄົມ​ມະ​ນາ​ຄົມ, ການ​ຂົນ​ສົ່ງ​ຜູ້​ໂດຍ​ສາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນປີນີ້, ຈຳ​ນ​ວນ​ຜູ້​ໂດຍ​ສານ​ຈະ​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ​ຍ້ອນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ຄາດ​ວ່າ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນປີ​ນີ້​ໃນ​ທົ່ວ​ປະ​ເທດ​ຈີນ​ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຫຼາຍກວ່າ 1,18 ຕື້​ເທື່ອ​ຄົນ, ສະ​ເລ່ຍ​ຕໍ່​ມື້​​ຈະຫຼາຍກວ່າ 29,5 ລ້ານ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 ຈະ​ເພີ່ມ​ຂຶ້ນ 35,6%. ວັນ​ທີ 17 ມັງ​ກອນ​ນີ້, ປີ້​ລົດ​ໄຟ​ຂາຍ​ລ່ວງ​ໜ້າ​ສຳ​ລັບ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ກໍ​​ໄດ້ເປີດ​​ຂາຍ​ຢ່າງ​ເປັນ​ທາງ​ການແລ້ວ. ການ​ຂົນ​ສົ່ງ​ຜູ້​ໂດຍ​ສາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນປີນີ້​ຈະ​ສິ້ນ​ສຸ​ດ​ລົງ​ໃນ​ວັນ​ທີ 25 ກຸມ​ພາ​ໜ້າ, ​ລວມ​ທັງ​ໝົດ​ແມ່ນ 40 ວັນ.

ຄຳ​ເຫັນ

0