何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທັດ​ສະ​ນະ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ຊີ້​ນຳ​ທິດ​ທາງ​ທີ່​ຖືກ​ຕ້ອງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ໂລກ

2022-01-17 15:19:02 CRI

ທັດ​ສະ​ນະ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ຊີ້​ນຳ​ທິດ​ທາງ​ທີ່​ຖືກ​ຕ້ອງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ໂລກ_fororder_011701

ວັນ​ທີ 18 ມັງ​ກອນ​ປີ 2017, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ບັນ​ລະ​ຍາຍທັດ​ສະ​ນະສຳ​ຄັນ​ກ່ຽວ​ກັບ​ການ​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ເຊີ​ແນວ​ຂອງ​ສະ​ວິດ​ສ. ທັດ​ສະ​ນະ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ໄດ້​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ ແນວ​ຄິດ“ສະ​ຫະ​​ພັນ​ຄົນ​ເສ​ລີ” ໃນ​ລັດ​ທິ​ມາກ, ໂດຍ​ຖື​ເອົາ​ຄ່າ​ນິ​ຍົ​ມ​ຮ່ວມ​ຂອງມວນ​ມະ​ນຸດ​ເປັນຫຼັກ​ການ​ພື້ນ​ຖານ, ຖື​ເອົາ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ເສ​ລີ ແລະ ຮອບ​ດ້ານ​ຂອງ​ຄົນ ແລະ ຄວາມ​ສຸກ​ຂອງມວນ​ມະ​ນຸດ​ເປັນ​ເປົ້າ​ໝາຍ, ເຊິ່ງ​ໄດ້​ກວມ​ລວມ​ວິ​ໄສ​ທັດ​ຕໍ່​ກັບ​ຮູບ​ຖານ​ອະ​ລິ​ຍະ​ທຳ​ຂອງ​ມວນ​ມະ​ນຸດ.

ໃນ 5 ປີ​ຜ່ານ​ມາ​ນີ້, ທັດ​ສະ​ນະ“ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ໄດ້​ຖືກ​ບັນ​ທຶກ​ເຂົ້າ​ໃນ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ກໍ​ຄື ມະ​ຕິຫຼາຍ​ສະ​ບັບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ພ້ອມທັງ​ກາຍ​ເປັນ​ຫົວ​ຂໍ້​ຫຼັກ​ໃນ​ເວ​ທີ​ປຶ​ກ​ສາ​ຫາ​ລື​ສາ​ກົນ ແລະ ຫົວ​ຂໍ້​ຄົ້ນ​ຄວ້າ​ຂອງ​ນັກ​ວິ​ຊາ​ການ. ທັດ​ສະ​ນະ ​ການ​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ໄດ້​ມີ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ຂຶ້ນ​ເລື້ອຍໆ​ຄຽງ​ຄູ່​ກັບ​ການ​ຜັນ​ແປ​ຂອງ​ຍຸກ​ສະ​ໄໝ, ແລະ​ມີ​ພະ​ລັງ​ຊີ​ວິດ​ຊີ​ວາ​ເພີ່ມ​ຂຶ້ນ​ເລື້ອຍໆໂດຍ​ຜ່ານ​ການ​ທົດ​ສອບ​ຂອງ​ການ​ເວ​ລາ, ​ພ້ອມ​ທັງໄດ້​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ນັບ​ມື້​ນັບ​ກວ້າງ​ອອກ​ໃນ​ສາ​ກົນ, ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິ​ດ ແລະ ແຮງ​ຈູງ​ໃຈ​ທີ່​ເຂັ້ມ​ແຂງ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທັດ​ສະ​ນະ ​ຮ່ວມ​ກັນ​ສ້າງ“ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ”, ຈີນ​ໄດ້​ເປີ​ດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຕໍ່​ເນື່ອງ, ​ເປີດກວ້າງ​ຂົງ​ເຂດ​ອະ​ນຸ​ມັດ​ເຂົ້າ​ເຖິງ​ຕະຫຼາດ​ໃຫ້ຫຼາຍກວ່າ​ເກົ່າ, ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ດີກວ່າ​ເກົ່າ, ແລະ ການ​ເປີດ​ປະ​ຕູ​ດ້ານ​ລະ​ບຽບ​ການ​ທີ່​ມີ​ຄວາມ​ແຂງ​ແຮງກວ່າ​ເກົ່າ, ເພື່ອ​ສ້າງ​ໂອ​ກາດ​ ແລະ ເພີ່ມ​ແຮງ​ຊຸກ​ດັນ​ໃຫ້​ກັບ ​ການ​ຟຶ້ນ​ຟູ​ເສດ​ຖະ​ກິດ​ຂອງ​ໂລກ. ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ງານຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ, ຮອດ​ງານວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ ແລະ ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ, ຈາກ​ກົນ​ໄກ​ຮ່ວມ​ມື​ຈີນ-ປະ​ເທດ​ເອີ​ຣົບ​ກາງ​​ແລະເອີ​ຣົບ​ຕາ​ເວັນ​ອອກ, ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ ​ຈົນຮອດ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ຟ​ຣິ​ກາ, ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-​ປະ​ຊາ​ຄົມ​ປະ​ເທດອາ​ເມ​ຣິ​ກາ​ລາ​ຕິນ ແລະ​ກາ​ຣິ​ເບ, ເວ​ທີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ເຂັ້ມ​ແຂງ​ຂຶ້ນ​ທຸກ​ມື້, ກົນ​ໄກ​ການ​ຮ່ວມ​ມື​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ໜັກ​ແໜ້ນ, ເສັ້ນ​ທາງ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ໄດ້​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ.

ໃນ​ປະ​ຈຸ​ບັນ​ນີ້, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໄດ້​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ, ການ​ຟື້ນ​ຄືນ​ຂ​ອງ​ເສດ​ຖະ​ກິດ​ໂລກ​ມີ​ຄວາມ​ອ່ອນ​ແອ ແລະ ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງ​ຍາກ. ເມື່ອ​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລ້ວ, ຊາວ​ໂລກ​ໄດ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງກວ່າ​ເກົ່າ, ຄື: “ມວນ​ມະ​ນຸດ​ເປັນ​ປະ​ຊາ​ຄົມ​ດຽວ​ກັນ, ທົ່ວ​ໜ່ວຍ​ໂລກ​ເປັນ​ບ້ານ​ເມືອງ​ດຽວ​ກັນ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ, ບໍ່​ວ່າ​ປະ​ເທດ​ໃດ ຫຼື ບຸກ​ຄົນ​ໃດ​ກໍ​ບໍ່​ສາ​ມາດ​ຢູ່​ລອດ​ດ້ວຍ​ຕົນ​ເອງ​ຜູ້​ດຽວ​ໄດ້. ການ​ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ, ​ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ຂະ​ນະ​ທີ່​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ, ສາ​ມັກ​ຄີ ແລະ ຮ່ວມ​ມື​ກັນ​ຈຶ່ງ​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ສຳ​ລັບ​ການ​ດຳ​ລົງ​ຄົງ​ຕົວ​ຂອງມວນ​ມະ​ນຸດ.”

ຄຳ​ເຫັນ

0