蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ໃຊ້​ວິ​ທີ​ທາງ​ການ​ເມືອງ​ແຊກ​ແຊງ​​ເສດ​ຖະ​ກິດ ​ເປັນ​ການລະ​ເມີດ​ກົດ​ເກນ​ການ​ຕະຫຼາດ

2022-01-17 16:23:45 CRI

ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ເຂດ​ຊິນ​ຈ່ຽງ​ຈີນ ດ້ວຍ​ຂໍ້​ອ້າງ​ທີ່​ໄຮ້​ເຫດ​ຜົນ​ຕ່າງໆ ເຊັ່ນ: “ການ​ບັ​ງ​ຄັບ​ຄົນ​ອຸຍ​ເກີ​ອອກ​ແຮງ​ງານ” ເປັນ​ຕົ້ນ ເຊິ່ງ​ມີ​ເຈດ​ຕະ​ນາ​ຢາກ​ຜ່ານ​ຈາກ​ການ​ຄອບ​ງຳ​ທາງ​ການ​ເມືອງ ເພື່ອ​ທຳ​ລາຍ​ກົດ​ເກນ​ການ​ຕະຫຼາດ, ກົດ​ດັນ ແລະ ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ ພ້ອມ​ທັງ​ທຳ​ລາຍ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊິນ​ຈ່ຽງ.

ແຕ່​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຂດ​ຊິນ​ຈ່ຽງ​ມີ​ສະ​ຖຽນ​ລະ​ພາບ​ທາງ​​ດ້ານການ​ເມືອງ, ເສດ​ຖະ​ກິດ​ໄດ້ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ. ສະ​ພາບ​ແວດ​ລ້ອມ​ທາງ​ສັງ​ຄົມ​ທີ່​ມີ​ຄວາມ​ສະ​ຫງົບ ແລະ ເງື່ອນ​ໄຂ​ທີ່​ດີ​ຕ່າງໆ​ຂອງ​ເຂດ​ຊິນ​ຈ່ຽງ​ໄດ້​ດຶງ​ດູດ​​ວິ​ສາ​ຫະ​ກິດ​ຈາກ​ທົ່ວ​ໂລກ​ມາ​ລົງ​ທຶນ​ສ້າງ​ໂຮງ​ງານ​ຢູ່​ເຂດ​ຊິນ​ຈ່ຽງ. ຕົວ​ເລກ​ຂໍ້​ມູນຫຼ້າ​ສຸດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້, ໂຄງ​ການ​ໃໝ່​ທີ່​ຕ່າງ​ປະ​ເທດ​ລົງ​ທຶນ​ຢູ່​ເຂດ​ຊິນ​ຈ່ຽງ​ມີ​ເຖິງ 17 ໂຄງ​ການ.

ວັນ​ສຸດ​ທ້າຍ​ຂອງ​ປີ 2021, ບໍ​ລິ​ສັດ​ເຕ​ສ​ລາ ຍີ່​ຫໍ້​ລົດ​ໄຟ​ຟ້າ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ເປີດ​ສູນວາງ​ສະ​ແດງ​ແລະ​ຈຳ​ໜ່າຍ​ລົດ​ເຕ​ສ​ລາ​ຢູ່​ນະ​ຄອນ​ອູ​ລຸມ​ຊີ​ເຂດ​ຊິນ​ຈ່ຽງ​ຢ່າງ​ເປັນ​ທາງ​ການ. ກໍ່​ຢູ່​​ໃນ​ໄລ​ຍະ​ດຽວ​ກັນ​ບໍ່​ດົນ, ຜູ້​ນຳ​ອາ​ເມ​ຣິ​ກາ​ຫາ​ກໍ​ໄດ້​ລົ​ງ​ລາຍ​ເຊັນ​ໃນ “ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ການ​ບັງ​ຄົບ​ຄົນ​ອຸຍ​ເກີ​ອອກ​ແຮງ​ງານ". ການ​ຕັດ​ສິນ​ໃຈ​ເປີດ​ສູນ​ວາງ​ສະ​ແດງ​ແລະ​ຈຳ​ໜ່າຍ​ຂອງ​ບໍ​ລິ​ສັດ​ເຕ​ສ​ລາ​ ໄດ້ເຮັດ​ໃຫ້​ທຳ​ນຽບ​ຂາວ​ບໍ່​ພໍ​ໃຈ​, ຈົນ​ເຖິງ​ຂັ້ນ​​ຂູ່​ບໍ​ລິ​ສັດ​ເຕ​ສ​ລາ​ວ່າ​ຈະ​ປະ​ເຊີນ​ກັບ “ຄວາມ​ສ່ຽງ​ທີ່ໜັກ​ໜ່ວງ​ໃນ​ດ້ານ​ກົດ​ໝາຍ, ຊື່​ສຽງ ແລະ ລູກ​ຄ້າ”.

​ອາ​ເມ​ຣິ​ກາ​ປັ້ນ​ແຕ່ງ​ບັນ​ຫາ​ເຂດ​ຊິນ​ຈ່ຽງ ເພື່ອ​ເກມ​ການ​ເມືອງ​ຂອ​ງ​ຕົນ ແລະ ປະ​ສົບ​ຄວາມຫຼົ້ມ​ເຫຼວ​ນັ້ນ ບໍ່​ແມ່ນ​ເທື່ອ​ທຳ​ອິດ​ແລ້ວ. ກ່ອນ​ເປີດ​ສູນ​ເຕ​ສ​ລາ​ຢູ່​ເຂດ​ຊິນ​ຈ່ຽງ​ບໍ່​ດົນ, ອາ​ເມ​ຣິ​ກາ​ກໍ​ໄດ້​ບີບ​ບັງ​ຄັບ​ໃຫ້​ບໍ​ລິ​ສັດ Uniqlo ຍີ່​ຫໍ້​ເຄື່ອງ​ນຸ່ງ​ຂອງ​ຍີ່​ປຸ່ນ “ສະ​ແດງ​ຄວາມ​ຊື່​ສັດ” ຕໍ່​ອາ​ເມ​ຣິ​ກາວ່າ​ໄດ້​ໃຊ້​ຝ້າຍ​ຊິນ​ຈ່ຽງຫຼື​ບໍ່. ກ່ອນ​ໜ້າ​ນີ້, ດ່ານ​ພາ​ສີ​ອາ​ເມ​ຣິ​ກາ​ກໍ​ເຄີຍ​ໄດ້​ກັກ​​ເສື້ອ​ຝ້າຍທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ Uniqlo ເທື່ອ​ໜຶ່ງ ດ້ວຍ​ຂໍ້​ອ້າງ​ທີ່​ວ່າ Uniqlo ໄດ້​ລະ​ເມີດ​ຂໍ້​ຫ້າມ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ ແລະເທື່ອ​ນີ້, ​ອາ​ເມ​ຣິ​ກາ​ໄດ້​ບີບ​ບັງ​ຄັບ​ບໍ​ລິ​ສັດ​ດັ່ງ​ກ່າວອີກ​ຄັ້ງ​ໜຶ່ງ, ທ່ານ​ຢາ​ໄນ ມັ​ສ​ຊາ​ກິ ຜູ້​ສ້າງ​ຕັ້ງ​ບໍ​ລິ​ສັດ Uniqlo ໄດ້​ປະ​ຕິ​ເສດ​ຢ່າງ​ຈະ​ແຈ້ງ​ໂດຍ​ບໍ່​ປະ​ຕິ​ບັດ​ຕາມ​ການ​ບີບ​ບັງ​ຄັບ​ຂອງ​ອາ​ເມ​ຣິ​ກາ ແລະ ກ່າວ​ວ່າ: ຈະ​ບໍ່ “ເລືອກ​ຝ້າຍ” ຢູ່​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລ​ະ​ຈີນ.

ເຮັດ​ທຸ​ລະ​ກິດ​ກໍ​ເວົ້າ​ແຕ່​ເລື່ອງ​ທຸ​ລະ​ກິດ, ເວົ້າ​ສຳ​ລັບ​ບໍ​ລິ​ສັດ​ເຕ​ສ​ລາ ແລະ ບໍ​ລິ​ສັດ Uniqlo ແລ້ວ, ການໄປ​ລົງ​ທຶນ​ຢູ່​ເຂດ​ຊິນ​ຈ່ຽງ ແລະ ໃຊ້​​ຝ້າຍ​ຂອງ​ເຂດ​ຊິນ​ຈ່ຽງ, ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ແທ້ໆ ເຊິ່ງ​ເປັນ​ການ​ເລືອກ​ເຟັ້ນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ເກນ​ການ​ຕະຫຼາດ. ອາ​ເມ​ຣິ​ກາ​ໃຊ້​ສິດ​ການ​ເປັນ​ເຈົ້າ​ອຳ​ນາດ​ຂອງ​ຕົນ, ບີບ​ບັງ​ຄັບ​ໃຫ້​ວິ​ສາ​ຫະ​ກິດ​ບໍ່​​ໃຫ້ໃຊ້​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ຢູ່​ເຂດ​ຊິນ​ຈ່ຽງ ເຊິ່ງ​ໄດ້​ທຳ​ລາຍ​ກົດ​ເກນ​ການ​ຕະຫຼາດ ແລະ ທຳ​ລາຍ​ລະບຽບ​ການ​ການ​ຄ້າ​ສາ​ກົນ. ແນ່ນອນ​ແລ້ວ, ຕ້ອງ​ຖືກ​ບໍ​ລິ​ສັດ​ຂ້າມ​ຊາດ​ຕໍ່​ຕ້ານ​ຢ່າງ​ແນ່ນອນ.

ສ່ວນ​​ວິ​ສາ​ຫະ​ກິດ​ຂ້າມ​ຊາດ​ຈຳ​ນວນ​ໜຶ່ງ ເຊັ່ນ: ບໍ​ລິ​ສັດ H&M ຍີ່​ຫໍ້ເຄື່ອງ​ນຸ່ງ​ຂອງ​ປະ​ເທດ​ຊູ​ແອັດ ໄດ້​ປະ​ຕິ​ເສດ​ໃຊ້​​ຝ້າຍ​ຂອງ​ເຂດ​ຊິນ​ຈ່ຽງ ຍ້ອນ​ຖືກ​ອາ​ເມ​ຣິ​ກາ​ບີບ​ບັງ​ຄັບ. ເຮັດ​ໃຫ້​ຍອດ​ມູນ​ຄ່າ​ການຈຳ​ໜ່າຍ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້ຫຼຸດ​ລົງ 28% ພາຍ​ໃນ​ໄຕ​ມາດ​ໜຶ່ງ. ບໍ​ລິ​ສັດ H&M ບໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ຈີນ​ອີກ, ນີ້​ກໍ​ແມ່ນ​ຕົວ​ຢ່າງ​ດ້ານ​ລົບ​ທີ່​ບໍ່​ເຄົາ​ລົບ​ກົດ​ເກນ​ການ​ຕະຫຼາດ.

ປັດ​ຈຸ​ບັນ​ນີ້, ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ຊະ​ນິດ​ຕ່າງໆໄດ້​ເພີ່ມ​ຄວາມ​ບໍ່​ແນ່ນອນ​ໃຫ້​ແກ່​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ນັບ​ມື້​ນັບຫຼາຍ​ຂຶ້ນ. ໂດຍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ, ການ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ຈິ່ງ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ທົ່ວ​ໂລກ. ອາ​ເມ​ຣິ​ກາ​​ມີເຈດ​ຕະ​ນາ​ໃຊ້​ວິ​ທີ​ທາງ​ການ​ເມືອງ​ແຊກ​ແຊງ​ກົດ​ເກນ​ເສດ​ຖະ​ກິດ, ​ຈະ​ເຮັດ​ໃຫ້ “ການ​ເປັນ​ເຈົ້າ​ອຳ​ນາດແບບ​ອາ​ເມ​ຣິ​ກາ” ​ຖືກ​ຕໍ່​ຕ້ານ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ເຮັດ​ໃຫ້ບົດ​ບາດ​ການ​ເປັນ​ເຈົ້າ​ອຳ​ນາດ​ຂອງອາ​ເມ​ຣິ​ກາ​ຊຸດ​ໂຊມ​ລົງ​ໄວ​ຂຶ້ນ.

ຄຳ​ເຫັນ

0