蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາ​ອູ​ດິດ​ອາ​ຣັບ​ບີ​ຈະ​ສົ່ງ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຄັ້ງ​ທຳ​ອິດ

2022-01-17 16:26:41 CRI

ວັນ​ທີ 16 ມັງ​ກອນ​ນີ້, ກະ​ຊວງ​ກິ​ລາ​ແລະ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກຊາ​ອູ​ດິດ​ອາ​ຣັບ​ບີໄດ້​ຖະ​ແຫຼງ​ຂ່າວວ່​າ: ໂດຍ​ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກຊາ​ອູ​ດິດ​ອາ​ຣັບ​ບີ ແລະ ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ມາດ​ຕະ​ຖານ​ທີ່​ກ່ຽວ​ຂ້ອງ, ຊາ​ອູ​ດິດ​ອາ​ຣັບ​ບີ​ຈະ​ສົ່ງ​ນັກ​ກິ​ລາສະ​ກີ​ເທິງ​ພູ 2 ຄົນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ເຊິ່ງ​​ເປັນ​ຄັ້ງ​ທຳ​ອິດ​ທີ່ຊາ​ອູ​ດິດ​ອາ​ຣັບ​ບີ, ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ການ​ຮ່ວມ​ມື​ປະ​ເທດ​​ອາ​ຣັບອ່າວ​ເປີ​ເຊຍ​ ຫຼື GCC ທີ່ສົ່ງ​ນັກ​ກິ​ລາ​ເຂົ້​າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​.

ທ່ານ​ອັບ​ດຸນ​​ລາ​ຊີ​ສ ບາ​ກັ​ສ ຜູ້​ຮັບ​ຜິດ​ຊອບ​ການປະ​ຊາ​ສຳ​ພັນ​ຂອງ​ກະ​ຊວງ​ກິ​ລາຊາ​ອູ​ດິດ​ອາ​ຣັບ​ບີ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຊາ​ອູ​ດິດ​ອາ​ຣັບ​ບີ​ຈະ​ສົ່ງ​ຄະ​ນະ​ນັກ​ກິ​ລາ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ປັດ​ຈຸ​ບັນ, ນັກ​ກິ​ລາ​​ຊາ​ອູ​ດິດ​ອາ​ຣັບ​ບີ​ທີ່​ຈະເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ພວມກະ​ກຽມ​ກ່ອນ​ການ​ແຂ່ງ​ຂັນ ແລະ ຝຶກ​ຊ້ອມ​ຂັ້ນ​ສຸດ​ທ້າຍ​ຢູ່​ຕ່າງ​ປະ​ເທດ ແລະ ກຽມ​ຈະ​ເດີນ​ທາງ​ຈາກ​ນະ​ຄອນຫຼວງ​ລີ​ຢັດ​ໄປ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ທ້າຍ​ເດືອນ​ນີ້.

ຄຳ​ເຫັນ

0