蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

GDP ​ຈີນປີ 2021 ​ໄດ້​ເພີ່ມ​ຂຶ້ນ 8,1%

2022-01-17 16:25:20 CRI

ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 17 ມັງ​ກອນ​ນີ້​​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ການຄິດ​ໄລ່​ເບື້ອງ​ຕົ້ນ, GDP ຈີນ ປີ 2021 ໄດ້​ບັນ​ລຸ​ເຖິງ 114.367 ຕື້ຢວນ, ອີງ​ຕາມ​ການ​ຄິດ​ໄລ່​ຕາມ​ລາ​ຄາ​ຄົງ​ທີ່, ໄດ້​ເພີ່ມ​ຂຶ້ນ 8,1% ເມື່ອ​ທຽບ​ໃສ່​ປີ 2020, ສະ​ເລ່ຍ​ແລ້ວ, ສອງ​ປີມາ​ນີ້​ໄດ້​ເພີ່ມ​ຂຶ້ນ 5,1% ຕໍ່​ປີ.

​ຕາມ​ສະ​ຖິ​ຕິ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: GDP ຂອງ​ຈີນ​ໄດ້​ລື່ນ​ກາຍ 1 ແສນ​ຕື້ຢວນ​ເປັນ​ສອງ​ປີ​ລຽນ​ຕິດ ແລະ ໄດ້​ລື່ນ​ກາຍ 1,1 ແສນ​ຕື້ຢວນ ໄດ້​ກວມ​ອັດ​ຕາ​ສ່ວນ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍ​ຂຶ້ນ​ຕື່ມ​ອີກ. ກ່ອນ​ໜ້າ​ນີ້, ທ່ານ​ນິງ​ຈີ​ເຈີ ຫົວ​ໜ້າ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຈີນ​ໄດ້​ລື່ນ​ກາຍ 1 ໝື່ນ​ໂດ​ລາ​ສະ​ຫະ​ລັດ​ເປັນ 3 ປີ​ລຽນ​ຕິດ.

ປີ 2020, GDP ຂອງ​ຈີນ​ໄດ້​ລື່ນ​ກາຍ 1 ແສນ​ຕື້ຢວນ​ເປັນ​ຄັ້​ງ​ທຳ​ອິດ. ປີ 2021, ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ປັດ​ໄຈ​ຕ່າງໆ ເຊັ່ນ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄພ​ນ້ຳ​ຖ້ວມ ແລະ ອື່ນໆ, ແຕ່​ເສດ​ຖະ​ກິດ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໜຽວ​ແໜ້ນ​ທີ່​ແຂງ​ແຮງ, ໄດ້​ເປີດ​ສາກການ​ຈັດ​ຕັ້ງ​ປະ​ຕິ​ບັດ “ແຜນ​ການ 5 ປີ​ຄັ້ງ​ທີ 14” ໄດ້​ເປັນ​ຢ່າງ​ດີ.

ຄຳ​ເຫັນ

0