秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົມເສນາທິການປະສົມ ສ.ເກົາຫຼີລາຍງານວ່າ: ສປປ ເກົາຫຼີໄດ້ຍິງວັດຖຸທີ່ບໍ່ຮູ້ວ່າແມ່ນຫຍັງໃສ່ເຂດທະເລຕາເວັນອອກ

2022-01-17 16:17:38 cri

ວັນ​ທີ 17 ມັງ​ກອນ​ນີ້, ກົມ​ໃຫຍ່​ເສ​ນາ​ທິ​ການ​ປະ​ສົມ​ຂອງ ສ.ເກົາຫຼີ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ມື້ດ​ຽ​ວ​ກັນ, ສ​ປ​ປ ເກົາຫຼີ ໄດ້​ຍິງ​ວັດ​ຖຸ​ທີ່​​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ໃສ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ນີ້​ເປັນ​ຄັ້ງ​ທີ 4 ໃນ​ປີ​ນີ້​ທີ່ ສ​ປ​ປ ເກົາຫຼີ​ໄດ້​ຍິງ​ວັດ​ຖຸ​ທີ່​ຖືກ​ສົງ​ໄສວ່າ​ເປັນ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີ.

ນອກ​ນີ້, ​ກົມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທາງ​ທະ​ເລ​ຍີ່​ປຸ່ນ​ກໍ​ໄດ້​ລາຍ​ງານ​ວ່າ: ວັນ​ທີ 17 ມັງ​ກອນ​ນີ້, ສ​ປ​ປ ເກົາຫຼີ​ໄດ້​ຍິງ​ວັດ​ຖຸ​ທີ່ຖືກ​ສົງ​ໄສວ່າ​ເປັນ​ຂີ​ປະ​ນາ​ວຸດນຳ​ວິ​ຖີ​ໄປ​ທະ​ເລ​ຕາ​ເວັນ​ອອກ.

ມາ​ຮອດ​ປັດ​ຈຸ​ບັນ, ສ​ປ​ປ ເກົາຫຼີ​ຍັງ​ບໍ່​ທັນ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ຍິງວັດ​ຖຸ​ດັ່ງ​ກ່າວ​ເທື່ອ.

ຄຳ​ເຫັນ

0