蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ເກົາຫຼີ​​ຖະ​ແຫຼງວ່າ​ໄດ້ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີເພື່ອ​ຮັບ​ຮອງ

2022-01-18 10:40:42 CRI

ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 18 ມັງ​ກອນ​ນີ້​ວ່າ: ວັນ​ທີ 17 ມັງ​ກອນ​ນີ້, ສ​ປ​ປ ເກົາຫຼີ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີ ເພື່ອ​ການ​ຮັບ​ຮອງ.

ຕາມ​ຂ່າວ​ແຈ້ງວ່າ: ​ຈຸດ​ປະ​ສົງ​ໃນ​ການ​ທົດ​ລອງ​​ເທື່ອ​ນີ້ກໍ່​ເພື່ອກວດ​​ສອບຂີ​ປະ​ນາ​ວຸດ​ນຳ​ວິ​ຖີ​ ທີ່​ພວມ​ຈະ​ຜະ​ລິດ ແລະ ຢືນ​ຢັນ​ຄວາມ​ແມ່ນ​ຢຳ​ຂອງ​ລະ​ບົບ​ອາ​ວຸດ​ດັ່ງ​ກ່າວ. ຂີ​ປະ​ນາ​ວຸດ​ນຳ​ວິ​ຖີ 2 ລູກ​ທີ່​ຍິງ​ຈາກ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ ສ​ປ​ປ ເກົາຫຼີ ໄດ້​ຍິງ​ຖືກ​ເປົ້າ​​ໝາຍ​ທີ່​ເກາະ​ແຫ່ງ​ໜຶ່ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ​ໄດ້​ຢ່າງ​ແມ່​ນ​ຢຳ. ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ຊາດ ສ​ປ​ປ​ເກົາຫຼີ ໄດ້​ຢືນ​ຢັນ​ຄວາມ​ແມ່ນ​ຢຳ, ຄວາມ​ປອດ​ໄພ ແລະ ໝາກ​ຜົນ​ຂອງ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີດັ່ງ​ກ່າວ ເພື່ອ​ເຂົ້າ​ສູ່​ຂັ້ນ​ຕອນ​ການ​ຜະ​ລິດ​.

ຄຳ​ເຫັນ

0