蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍ​ອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ 5 ປະ​ເທດ​ອາ​ຊີ​ກາງ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 100 ເທົ່າ​ໃນ​ໄລ​ຍະ 30 ປີ​ຜ່ານ​ມາ

2022-01-18 10:40:01 CRI

ໃນ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊີ​ກາງ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ວາງ​ເວີນ​ທາວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ນັບ​ແຕ່​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ 30 ປີ​ມາ​ນີ້, ຍ​ອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ 5 ປະ​ເທດ​ອາ​ຊີ​ກາງ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 100 ເທົ່າ, ການ​ລົງ​ທຶນ​ໂດຍ​ກົງ​​ຂອງ​ຈີນ​ຢູ່ 5 ປະ​ເທດ​ອາ​ຊີ​ກາງ​​ບັນ​ລຸຫຼາຍກວ່າ 14 ຕື້​ໂດ​ລາ​ສະ​ຫະ​ລັດ, ຂະ​ໜາດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໄດ້​ຂະ​ຫຍາຍກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ວາງ​ເວີນ​ທາວ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ຈີນ​ໄດ້​ສ້າ​ງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ 5 ປະ​ເທດ​ອາ​ຊີ​ກາງ​​ຕະຫຼອດ​ໄລ​ຍະ 30 ປີ​ມາ​ນີ້, ສອງ​ຝ່າຍ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຢ່າງ​ຕໍ່​ເນື່ອງ ແລະ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນການ​ຮ່ວມ​ມື​​ຕົວ​ຈິງຢ່າງຫຼວງຫຼາຍ. ຈີນ​ຍິນ​ດີ​ຖື​ເອົາ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ​ເປັນ​ກາ​ລະ​ໂອ​ກາດ, ເຮັດ​ໃຫ້​ຊ່ອງ​ທາງ​ການ​ຮ່ວມ​ມື​ມີ​ຄວາມ​ສະ​ດວກ​ສະ​ບາຍ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ, ​ເສີມ​ຂະ​ຫຍາຍ​ຜົນການ​ຮ່ວມ​ມື​ໃຫ້​ມີ​ບົດ​ບາດກວ້າງ​ອອກ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າ​ງ​ຈີນ​ກັບ​ອາ​ຊີ​ກາງກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ໃນ​ໄລ​ຍະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື, ພາກ​ສ່ວນ​ເສດ​ຖະ​ກິດ​ການ​ຄ້າ​ຂອງ 6 ປະ​ເທດ​ໄດ້​ເຜີຍ​ແຜ່ “ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ຊຸກ​ຍູ້​​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ຊີ​ກາງ​​ໃຫ້ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ແລະ​ຕໍ່​ເນື່ອງ” ໂດຍ​​ໃຫ້ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ​ຮ່ວມ​ກັນເປີດກວ້າງ​ການ​ຄ້າ, ການ​ລົງ​ທຶນ, ດີ​ຈີ​ຕອນ ແລະ ການ​ພັດ​ທະ​ນາ​ຕາມ​ທິດສີ​ຂຽວ​ເປັນ​ຕົ້ນ.

ຄຳ​ເຫັນ

0