蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2022 ຈີນ​ຈະ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ກອນ​ຜູ້​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກສາ​ມາດ​ປະ​ກອບ​ອາ​ຊີບ​ໄດ້ຫຼາຍກວ່າ 30 ລ້ານ​ຄົນ

2022-01-19 15:08:15 CRI

ວັນ​ທີ 18 ມັງ​ກອນ​ນີ້, ທ່ານຫຼິວ​ຮ້ວນ​ຊິນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ​ຂອງ​ສູນ​ກາງ​ຈີນ, ຫົວ​ໜ້າ​ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຈຳ​ນວນ​ປະ​ຊາ​ກອນ​ຜູ້​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໃນ​ປີ 2021 ມີ​ເຖິງ 31,45 ລ້ານ​ຄົນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 1,26 ລ້ານ​ຄົນ​ ເມື່ອ​ທຽບ​ໃສ່​ປີ 2020, ລາຍ​ຮັບ​​ຈາກ​ເງິນ​ເດືອນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ ເຊິ່​ງ​ໄດ້​ກວມ​ເຖິງ 67,9% ແລະ ໄດ້​ເປັນ​ການ​ຄ້ຳ​ປະ​ກັນ​ທີ່​ແຂງ​ແຮງ ເພື່ອ​ບໍ່​ໃຫ້​ປະ​ຊາ​ກອນເຫຼົ່າ​ນີ້​ກັບ​​ຄືນ​ໄປ​ເປັນ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ອີກ. ປີ 2022, ​ຍັງ​ຈະ​ສືບ​ຕໍ່​ຮັບ​ປະ​ກັນ​ໃຫ້ປະ​ຊາ​ກອນ​ຜູ້​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວສາ​ມາດ​ປະ​ກອບ​ອາ​ຊີບຫຼາຍກວ່າ 30 ລ້ານ​ຄົນ ແລະ ຫຼາຍກວ່າ ​ປີ 2021.

ທ່ານຫຼິນ​ຮ້ວນຊິນ​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້​ໃນ​ກອງ​ປະ​ຊຸມ​​​ຜ່ານ​ວິ​ດີ​ໂອກ່ຽວ​ກັບວຽກ​ງານ​ປະ​ກອບ​ອາ​ຊີບ​ສຳ​ລັບ​ປະ​ຊາ​ກອນ​ຜູ້ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທົ່ວ​ປະ​ເທດ​ຈີນ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້.

ຄຳ​ເຫັນ

0