何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ໄດ້?

2022-01-19 13:04:54 CRI

ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ໄດ້?_fororder_0119-1

ປັດ​ຈຸ​ບັນ​ນີ້, ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ໂອ​ມິ​ຄ​ຣອນ​ພວມ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ຫຼາຍ​ປະ​ເທດ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ການ​ທີ່​ຂ້ຽວ​ຂາດ. ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ໄດ້? ວັນ​ທີ 17 ມັງ​ກອນ​ນີ້, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງວີ​ດີ​ໂອ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປະ​ຈຳ​ປີ 2022, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ອັນ​ໜຶ່ງ​ເພື່ອ​ພັນ​ລະ​ນາ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຂອງ​ໂລກ​ໃນ​​ປັດ​ຈຸ​ບັນ​ນີ້​ຄື: ຢູ່​ທ່າມ​ກາງ​ກະ​ແສ​​ຄື້ນແບບ​ໜ້າ​ຕື່ນ​ຕົກ​ໃຈ​ຂອງວິ​ກິດ​ການ​ທົ່ວ​ໂລກ, ບັນ​ດາ​ປະ​ເທດ​ບໍ່​ແມ່ນ​ຢູ່​ເທິງ​ເຮືອ​ນ້ອຍ 190 ກວ່າ​ລຳ​ແບບ​ຫ່າງ​ຈາກ​ກັນ, ແຕ່​ແມ່ນ​ຢູ່​ເທິງ​ກຳ​ປັ່ນ​ໃຫຍ່​ລຳ​ດຽວ​ກັນ​ທີ່​ມີຊາ​ຕາ​ກຳ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ທ່າ​ນ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຕ້ອງ​ຮັກ​ສາ​ຄວາມ​ໝັ້ນ​ໃຈ​ໃຫ້​ໜັກ​ແໜ້ນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຈຶ່ງ​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ພຽງ​ຢ່າງ​ດຽວ​ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ການ​​ກະ​ທຳ​ທີ່​ສະ​ກັດ​ກັ້ນ​ກັນ ແລະ ໂຍນ​ຄວາມ​ຮັບ​ຜິດ​ຊອບ​ໃສ່​ຜູ້​ອື່ນ​ຢ່າງ​ໄຮ້​ເຫດ​ຜົນ, ລ້ວນ​ແຕ່​ຈະ​ກີດ​ຂວ​າງ​ວຽກ​ງານ​ຕ້ານ​ກັບ​ພະ​ຍາດ ແລະ ສ້າງ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ການ​ລວມ. ທ່ານ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ, ຮ່ວມ​ກັນ​ສ້າງ​ແນວ​​ປ້ອງ​ກັນ​ພະ​ຍາດຫຼາຍ​ຊັ້ນ, ໂດຍ​ສະ​ເພາະ​ຕ້ອງ​ນຳ​ໃຊ້​ວັກ​ຊີນເຊິ່ງ​ເປັນ​ອາ​ວຸດ​ທີ່​ເຂັ້ມ​ແຂງ, ຮັບ​ປະ​ກັນ​ການ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ.

ນັບ​ມາ​ຮອດ​​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊີນ​ຕ້ານ​ໂຄວິດ-19 ຫຼາຍກວ່າ 2 ຕື້ຫຼອດ​ໃຫ້​ກັບ 120  ກວ່າ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປ​ະ​ຊຸມ​ທາງວີ​ດີ​ໂອ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປະ​ຈຳ​ປີ 2022, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ໜັກ​ແໜ້ນ​ວ່າ, ຈີນ​ຈະ​ສະ​ໜອງວັກ​ຊີນ​ອີກ 1 ຕື້ຫຼອດ​ໃຫ້​ກັບ​ປະ​ເທດ​ໃນອາ​ຟ​ຣິ​ກາ, ໃນ​ນັ້ນ 600 ລ້ານ​ຫຼອດ​ແມ່ນ​ການ​ຊ່ວຍ​ເຫຼືອ​ລ້າ, ນ​ອກ​ນີ້ ຍັງ​ຈະ​ຊ່ວຍ​ເຫຼືອ​ລ້າ​ວັກ​ຊີນ 150 ລ້ານຫຼອດ​ໃຫ້​ກັບ​ປະ​ເທດ​​ສະ​ມາ​ຊິກອາ​ຊຽນ.

 

ຄຳ​ເຫັນ

0