蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຍັງ​ແດ່ ຈ​າກ​ການ​ຫ້າມ​ໃຊ້​ອຸ​ປະ​ກອນ 5G ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ

2022-01-19 16:46:37 CRI

ຕົ້ນ​ປີ 2020, ລັດ​ຖະ​ບານ​ອັງ​ກິດ​ຕົກ​ລົງ​ໃຫ້​ບໍ​ລິ​ສັດ​ຫົວ​ເຫວີຍ​ເຂົ້າ​ຮ່ວມ​ການ​ສ້າງ​ລະ​ບົບ 5G ຂອງ​ປະ​ເທດ​ຕົນ, ແຕ່​ໃນ​ເດືອນ​ກໍ​ລະ​ກົດ​ປີ​ດຽວ​ກັນ, ອັງ​ກິດ​ໄດ້​ຍົກ​ເລີກ​ການ​ນຳ​ໃຊ້​ອຸ​ປະ​ກອນ 5G ​ຂອງບໍ​ລິ​ສັດຫົວ​ເຫວີຍ ດ້ວຍ​ຂໍ້​ອ້າງ “ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ”.

2 ປີ​ຜ່ານ​ໄປ​ແລ້ວ, ໃນ​ວັນ​ທີ 10 ມັງ​ກອນ​ປີ​ນີ້, ທ່ານ​ວິນ​ສ ​ເຄ​ໂບ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອັງ​ກິດ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: “ພວກ​ເຮົາ​ໄດ້​ຮັບ​ການ​ຢືນ​ຢັນອີກ​ແລ້ວ​ອີກ​ຕື່ມຈາກ​ພາກ​ສ່ວນ​ຂ່າວ​ລັບ​ແລະ​ຄວາມ​ໝັ້ນ​ຄົງ​ວ່າ: ອຸ​ປະ​ກອນ​ຫົວ​ເຫວີຍ​​ບໍ່​ມີຄວາມ​ສ່ຽງ​ໃດໆ​​ຕໍ່ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ” ຂອງ​ອັງ​ກິດ. “ລັດ​ຖະ​ບານ​ອັງ​ກິດ​ຫ້າມ​ໃຊ້​ອຸ​ປະ​ກອນ​ແລະ​ການ​ບໍ​ລິ​ການ 5G ຂອງ​ຫົວ​ເຫວີຍ ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ​ເລີຍ​ກັບ​ຄ​ວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.” ອັງ​ກິດ​ຫ້າມ​ບໍ່​ໃຫ້​ໃຊ້​ອຸ​ປະ​ກອນ​ຫົວ​ເຫວີຍ, ​ເປັນ​ຍ້ອນ​ວ່າ “ອາ​ເມ​ຣິ​ກາ​ບົງ​ການ​ໃຫ້​ພວກ​ເຮົາ​​ເຮັດ​ແນວ​ນີ້”, ອັງ​ກິດ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ເທົ່າ​ນັ້ນ.

ຫຼັງ​ຈາກ​ນັ້ນ, ວັນ​ທີ 15 ມັງ​ກອນ​ນີ້, ມີ​ວິ​ດີ​ໂອ​ຕອນ​ໜຶ່ງ​ທີ່​ສື່ມວນ​ຊົນ​ເຜີຍ​ແຜ່​ຕາມ​ອິນ​ເຕີ​ເນັດ​ໄດ້​ພິ​ສູດ​ຄຳ​ເວົ້າ​ຂອງ​ທ່ານ​ວິນ​ສ ​ເຄ​ໂບ, ໃນເດືອນ​ພະ​ຈິກ​ປີ 2021, ທ່ານ​ກີ​ຊໍ ມາ​ບູ​ບາ​ນີ ອະ​ດີດ​ເຈົ້າ​ໜ້າ​ທີ່​ການ​ທູດ​ສິງ​ກະ​ໂປ​ກ່າວ​ວ່າ: ​ຜູ້​ບໍ​ລິ​ຫານຂອງວິ​ສາ​ຫະ​ກິດ​ອັງ​ກິດ​ຄົນ​ໜຶ່ງ​ບອກ​ກັບ​ທ່ານວ່າ: ອັງ​ກິດ​ໄດ້ລັກ​ສົ່ງ​ພະ​ນັກ​ງານ​ຂ່າວ​ລັບ​ໄປ​ດຳ​ເນີນ​ການກວດ​ກາ​ຢູ່​ໃນ​ບໍ​ລິ​ສັດ​ຫົວ​ເຫວີຍ​ຢ່າງ​ລະ​ອຽດ ແລະ ຢືນ​ຢັນ​ວ່າ: ບໍ​ລິ​ສັດ​ຫົວ​ເຫວີຍ​ບໍ່​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ໃດໆ​ຕໍ່​ອັງ​ກິດ. ໃນ​ຂະ​ນະ​ທີ່ທ່ານ​ກີ​ຊໍ ມາ​ບູ​ບາ​ນີກ່າວ​ເຕືອນ​ວ່າ, ອັງ​ກິດ​ຈະ​ພົບ​​ກັບຄວາມ​ກົດ​ດັນ​ຈາກວໍ​ຊິງ​ຕັນ​ອີກ, ຜູ້​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ທ່ານ​ນີ້​ຍັງ​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ: “ທ່ານ​ກີ​ຊໍ ມາ​ບູ​ບາ​ນີ​ເອີຍ, ຢ່າ​​ດູ​ຖູກພວກ​ເຮົາ!” ແຕ່ຫຼັງ​ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ເດືອນ, ອັງ​ກິດ​ໄດ້ “ຍອມ​ຈຳ​ນົນ” ໃນ​ທີ່​ສຸດ ຍ້ອນ​​ໄດ້​ຮັບຄວາມ​ກົດ​​ດັນ​ຈາກ​ອາ​ເມ​ຣິ​ກາ.

ທີ່​ຈິງ​ແລ້ວ, ກ່ອນ​ທີ່​ອັງ​ກິດຈະ​ຫ້າມ​ປະ​ຊາ​ຊົນ​ໃຊ້​ອຸ​ປະ​ກອນ 5G ຂອງ​ຫົວ​ເຫວີຍ, ບໍ​ລິ​ສັດ​ຫົວ​ເຫວີຍໄດ້​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ໂທ​ລະ​ຄົມ​ໃຫຍ່ 4 ແຫ່ງ​ຂອງ​ອັງ​ກິດ​ມາ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ, ​ຜະ​ລິດ​ຕະ​ພັນ​ຂອງ​ຫົວ​ເຫວີຍໄດ້​ຖືກ​ນຳ​ໃຊ້​ຢູ່​ອັງ​ກິດ​ຢ່າງ​ປອດ​ໄພ​ມາ​ໂດຍ​ຕະຫຼອດ​. ຕາມ​​ສະ​ຖິ​ຕິ​ທີ່​ບໍ່​ທັນ​ຄົບ​ຖ້ວນ, ອຸ​ປະ​ກອນ​ໂທ​ລະ​ຄົມ​ຂອງ​ຫົວ​ເຫວີຍ​ໄດ້​ກວມ 15% ຂຶ້ນ​ໄປ​ຂອງ​ອຸ​ປະ​ກອນ​ໂທ​ລະ​ຄົມ​​ຢູ່​ອັງ​ກິດ, ອັງ​ກິດ​​ຍົກ​ເລີກ​ແລະ​ປ່ຽນ​ແທນ​ອຸ​ປະ​ກອນ 5G ຂອງ​ຫົວ​ເຫວີຍ, ຈະ​ເຮັດ​ໃຫ້​ອັງ​ກິດ​ປະ​ສົບ​ກັບຄວາມ​ເສຍ​ຫາຍ​ສູງ​ເຖິງ 2 ຕື້​ປອນ​ອັງ​ກິດ. ນອກ​ຈາກ​ນີ້, ພາຍຫຼັງ​ບໍ່​ອະ​ນຸ​ຍາດ​ໃຫ້​ຫົວ​ເຫວີຍ​ເຂົ້າ​ຮ່ວມ​​ສ້າງ​ລະ​ບົບ​ໂທ​ລະ​ຄົມ 5G ຂອງ​ຕົນ​ແລ້ວ, ຕົ້ນ​ທຶນ​ໃນ​ການ​ກໍ່​ສ້າງ​ລະ​ບົບ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ຂອງ​ອັງ​ກິດ​ໃນ 10 ປີ​ຂ້າງ​ໜ້າ​ຈະ​ສູງ​ຂຶ້ນ​ອີກ 20%, ໃນ​ຂະ​ນະ​ດຽວ​ກັນ, ການ​ກໍ່​ສ້າງ​ໃນ​ຂົງ​ເຂດ​ໂທ​ລະ​ຄົມ​ຂອງ​ອັງ​ກິດ​ກໍ​ຈະ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​​ຈະຫຼ້າຫຼັງຫຼາຍ​ປີ.

ປີ 2019, ການ​ສ້າງ​ລະ​ບົບ 5G ຂອງ​ອັງ​ກິດ​ເຄີຍ​​ຖືກ​ຈັດ​ອັນ​ດັບ​ໃຫ້​ຢູ່​ໃນອັນ​ດັບ 1 ​ຂອງ​ທະ​ວີບ​ເອີ​ຣົບ, ແຕ່​ພາຍຫຼັງ​ອັງ​ກິດ​ເລືອກ​ສ້າງລະ​ບົບ 5G ຂອງ​ຕົນ​ດ້ວຍ​ເຕັກ​ນິກ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ພັດ​ຕ້ອງລໍ​ຖ້າ​ຢ່າງ​ອົດ​ທົນ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງ​ກ່ອນ. ປັດ​ຈຸ​ບັນ, ​ການ​ສ້າງ​ລະ​ບົບ 5G ຂອງ​ອັງ​ກິດ​ໄດ້ຫຼ້າ​​ຫລັງ​ກວ່າ​ໝູ່​ໃນ​ໂລກ 2 ຫາ 3 ປີ​ແລ້ວ.

ຄຳ​ເວົ້າ​ຂອງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອັງ​ກິດ​ໄດ້​ພິ​ສູດ​​ໃຫ້​ເຫັນອີກ​ເທື່ອ​ໜຶ່ງວ່າ: ອັນ​ທີ່​ເອີ້ນ​ວ່າ: ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ຄວາ​ມ​ສ່ຽງ​ດ້ານ​ເຕັກ​ນິກ 5G ແລະ ອື່ນໆ, ເປັນ​ພຽງ​​ຄັນ​ຕາ​ລະ​ບັດຂອງ​ອາ​ເມ​ຣິ​ກາ ເພື່ອ​ກົດ​ດັນ​​ວິ​ສາ​ຫະ​ກິດ​ເຕັກ​ນິກ​​ຂັ້ນສູງ​ຂອງ​ຈີນເທົ່າ​ນັ້ນ. ປັດ​ຈຸ​ບັນ, ​ບາງ​ທີອັງ​ກິດ​ຄວນ​ສຳນຶກ​ຄືນ​ວ່າ: ເມື່ອ​ຕົນ​ເອງ​ຫ້າມ​ບໍ່​ໃຫ້​ໃຊ້​ເຕັກ​ນິກ 5G ຂອງ​ຫົວ​ເຫວີຍ ແລ້ວ​​ໄດ້ເສຍ​ເງິນ​ຄຳ​ໄປ​ລ້າໆ​ເທົ່າ​ໃດ ແລະ ພາດ​ໂອ​ກາດ​ດ້ານ​ການ​ພັດ​ທະ​ນາ​ຊ່ຳ​ໃດ, ເຮັດ​ແບບ​ນີ້​ຈະ​ກຸ້ມ​ຄ່າ​ບໍ່? ໃນ​ເມື່ອ​ອັງ​ກິດ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ອາ​ເມ​ຣິ​ກາ, ແຕ່​ສຸດ​ທ້າຍ​ແລ້ວ, ອັງ​ກິດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຍັງແດ່?

ຄຳ​ເຫັນ

0