蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ

2022-01-19 15:10:24 CRI

ວັນ​ທີ 18 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອ​ງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃນ​ອາ​ທິດ​ແລ້ວ​ນີ້​ມີຫຼາຍກວ່າ 18 ລ້ານ​ກໍ​ລະ​ນີ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​​ເພີ່ມ​ໃໝ່​​ຕໍ່​ມື້​ຢູ່ປະ​ເທດ​ຈຳ​ນວນ​ໜຶ່ງ​​ເບິ່ງ​ຄື​ໄດ້​ຂຶ້ນ​ຮອດ​ລະ​ດັບ​ສູງ​ສຸດ​ແລ້ວ, ແຕ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຈະ​ບໍ່​ໄດ້​ສິ້ນ​ສຸດ​ລົງ​ພາຍ​ໃນ​ໄລ​ຍະ​ສັ້ນ, ຄຽງ​ຄູ່​ກັບ​ສາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງວ່ອງ​ໄວ, ອາດ​ຈະ​ປະ​ກົດ​ມີ​​ກາຍ​ພັນ​ຊະ​ນິດ​ໃໝ່​ອີກ. ປັດ​ຈຸ​ບັນ, ມີ 180 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ລາຍ​ງານກ່ຽວ​ກັບ​ລຳ​ດັບ​ແຊນ​ຂອງ​ເຊື້ອ​ພະ​ຍາດເຖິງ 7 ລ້ານກວ່າ​. ປັດ​ຈຸ​ບັນ, ສາ​ມາດ​ຕິດ​ຕາມ​ຂະ​ບວນ​ການ​ຜັນ​ແປ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ ເຊື້ອ​ພະ​ຍາດ​ກາຍ​ພັນ​ໂອ​ມິ​ຄ​ຣອນໄດ້​ແລ້ວ.

ຄຳ​ເຫັນ

0