黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະຊາຊົນມີຄວາມເຊື່ອຫມັ້ນຕໍ່ລັດຖະບານຈີນສູງຂຶ້ນ ຂະນະທີ່ອາເມຣິກາ ຕ່ຳລົງ

2022-01-20 10:57:31 CRI

ເມື່ອບໍ່ດົນມານີ້, ບໍລິສັດປະຊາສຳພັນແລະໃຫ້ຄຳປຶກສາດ້ານການຕະຫລາດສາກົນເອວເດນແມນຂອງອາເມຣິກາ ໄດ້ເປີດເຜີຍຜົນການຢັ່ງຫາງສຽງທີ່ມີຊື່ວ່າ “ບາໂຣມີເຕີເພື່ອຊີ້ບອກຄວາມເຊື່ອຫມັ້ນຂອງເອວເດນແມນ” ໂດຍສະແດງໃຫ້ເຫັນວ່າ: ພາຍໃຕ້ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19, ມວນຊົນມີຄວາມເຊື່ອຫມັ້ນຕໍ່ ລັດຖະບານປະເທດ ຕາເວັນຕົກ ເຊັ່ນ: ອາເມຣິກາເປັນຕົ້ນຕ່ຳລົງຈົນຮອດລະດັບຕ່ຳສຸດ.

ຂ່າວລາຍງານວ່າ: ບໍລິສັດດັ່ງກ່າວໄດ້ດຳເນີນການຢັ່ງຫາງສຽງກັບມວນຊົນ 36.000 ຄົນໃນ 28 ປະເທດນັບແຕ່ວັນທີ 1-24 ພະຈິກປີ 2021, ໂດຍໄດ້ປະ ເມີນຄວາມເຊື່ອຫມັ້ນຂອງມວນຊົນທີ່ມີຕໍ່ລັດຖະບານ, ສື່ມວນຊົນ, ວິສາຫະກິດ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງປະເທດຕົນ ແລະໄດ້ຕົວເລກ ຄວາມເຊື່ອຫມັ້ນສັງລວມ. ຜົນດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ລະດັບຄວາມເຊື່ອຫມັ້ນ ສັງລວມໃນປີຜ່ານມາໄດ້ຫລຸດລົງຫລາຍທີ່ສຸດກໍແມ່ນປະເທດເຢຍລະມັນ, ລະດັບ ຄວາມເຊື່ອຫມັ້ນໄດ້ຫລຸດລົງ 7 ຈຸດ ຍັງເຫລືອ 46%; ສ່ວນ ສ.ເກົາຫລີ ແລະ ອາເມຣິກາ ຕ່າງກໍໄດ້ຫລຸດລົງ 5 ຈຸດ, ຍັງເຫລືອ 42% ແລະ 43% ຕາມລຳດັບ. ຂະນະທີ່ຄວາມເຊື່ອຫມັ້ນສັງລວມຂອງປະຊາຊົນຈີນທີ່ມີຕໍ່ລັດຖະບານຂອງຕົນມີເຖິງ 83%, ເມື່ອທຽບໃສ່ກັບປີ 2020 ໄດ້ເພີ່ມຂຶ້ນ 11 ຈຸດ.

ຂ່າວລາຍງານຕື່ມອີກວ່າ: ປະຊາຊົນອາເມຣິກາມີຄວາມເຊື່ອຫມັ້ນຕໍ່ລັດຖະ ບານປະເທດຕົນຫລຸດລົງ 3 ຈຸດ, ຍັງເຫລືອ 39%, ຂະນະທີ່ປີຜ່ານມາ, ປະຊາຊົນຈີນມີຄວາມເຊື່ອຫມັ້ນຕໍ່ລັດຖະບານປະເທດຕົນໄດ້ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີ 2020, ເທົ່າກັບ 91%, ເຊິ່ງເປັນລະດັບສູງສຸດໃນໄລຍະ 10 ປີຜ່ານມານີ້.

ຄຳ​ເຫັນ

0