ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 19 ມັງກອນນີ້, ເຂດແຂ່ງຂັນຈ່າງເຈ່ຍໂຂສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ດຳເນີນການທົດລອງດ້ານຄົມມະນາຄົມທົ່ວຂະບວນການເປັນຄັ້ງສຸດທ້າຍ “ທີ່ກວມທັງພາຫະນະທຸກປະເພດ ແລະ ໃຫ້ລົດແລ່ນຈຳນວນຫຼາຍທີ່ສຸດ” ກ່ອນຈະຈັດງານກິລາໂອລິມປິກລະດູໜາວປັກກິ່ງ 2022. ວຽກງານຄຸ້ມຄອງການຄົມມະນາຄົມຕາມມາດຕະຖານງານກິລາໂອລິມປິກລະດູໜາວຢູ່ເຂດແຂ່ງຂັນຈ່າງເຈ່ຍໂຂ ຈະເລີ່ມຂຶ້ນຢ່າງຮອບດ້ານໃນວັນທີ 21 ມັງກອນນີ້.
ຕາມຂ່າວແຈ້ງວ່າ: ການທົດລອງດ້ານຄົມມະນາຄົມຄັ້ງນີ້ໄດ້ກວມເຖິງສະໜາມແຂ່ງຂັນ 4 ແຫ່ງ ແລະ ສະໜາມກິລາສຳຮອງ 4 ແຫ່ງ, ນັບລວມແລ້ວ, ໄດ້ນຳໃຊ້ລົດຮັບໃຊ້ໃນການແຂ່ງຂັນ 600 ກວ່າຄັນມາດຳເນີນການທົດລອງສະພາບຄົມມະນາຄົມ ໃນເວລາຈັດການແຂ່ງຂັນງານກິລາໂອລິມປິກລະດູໜາວປັກກິ່ງໃນເຂດສະໜາມແຂ່ງຂັນ ແລະ ເສັ້ນທາງເຂດໃຈກາງ ເພື່ອປັບປຸງລະບົບບັນຊາ, ກົນໄກດຳເນີນງານ ແລະ ແຜນການຮັບມືສຸກເສີນທີ່ກ່ຽວຂ້ອງໃຫ້ດີ ສຳລັບການຄົມມະນາຄົມໃນໄລຍະຈັດການແຂ່ງຂັນ.
ຄຳເຫັນ
0