秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້ອຍຄຳທີ່ຜິດພາດກ່ຽວກັບໄຕ້ຫວັນຂອງນາຍົກປະເທດສະໂລເວນີໄດ້ຖືກຕຳໜິຢ່າງຮຸນແຮງຈາກວົງການການເມືອງປະເທດຕົນ

2022-01-20 15:32:45 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຖ້ອຍ​ຄຳ​ທີ່​ຜິດ​ພາດ​ກ່ຽວ​ກັບ​ບັນ​ຫາໄຕ້​ຫວັນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ສະ​ໂລ​ເວ​ນີ ແລະ​ການ​ກ່າວ​ຕອບ​ໂຕ້​ຢ່າງ​ເຄັ່ງ​ຂຶມ ຈາກ​ກະ​ຊວງ​ຕ່າງ​ປະ​ເທດ​ຈີນ ໄດ້​ພາ​ໃຫ້​ເກີດ​ມີ​ການ​​ຫາງ​ສຽງ​ວິ​ພາກວິ​ຈານ​ຢ່າງ​ດຸ​ເດືອດພາຍ​ໃນ​ປະ​ເທດ​ສະ​ໂລ​ເວ​ນີ, ບຸກ​ຄົນ​ໃນ​ວົງ​ການ​ການ​ເມືອງ​ຫຼາຍ​ທ່ານ​ໄດ້​ກ່​າວ​ຕຳ​ໜິຢ່າງ​ຮຸ​ນ​ແຮງ​ຕໍ່​ກັບ​ຖ້ອຍ​ຄຳ​ທີ່​ຜິດ​ພາດ​ຂ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໂລ​ເວ​ນີ.

ທ່ານ​ເນ​ເມັກ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ສະ​ໂລ​ເວ​ນີ​ໄດ້​ຢືນ​ຢັນ​ວ່າ: ພັກ​ຝ່າຍ​ຕ່າງໆ​ຂອງ​ສະ​ໂລ​ເວ​ນີ​ໄດ້​ຮ​ຽກ​ຮ້ອງ​ໃຫ້​ຈັດ​ກອງ​ປະ​ຊຸມ​ພິ​ເສດ ຍ້ອນ​ທ່ານ​ນາ​ຍົກ​ກ່າວ​ຖ້ອຍ​ຄຳ​ທີ່​ບໍ່​ຖືກ​ຕ້ອງ. ທ່ານ​ເນ​ເມັກ​ກ່າວ​ເນັ້ນ​ວ່າ: ນີ້​ເປັນ​ພຽງ​ແຕ່​ຈຸດ​ຢືນ​ສ່ວນ​ຕົວ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໂລ​ເວ​ນີ​ເອງ​ເທົ່າ​ນັ້ນ, ບໍ່​ສາ​ມາດ​ເປັນ​ຕົວ​ແທ​ນ​​ໃຫ້​ກັບ​ຈຸດ​ຢືນ​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ສະ​ໂລ​ເວ​ນີ​ໄດ້. ຖ້ອຍ​ຄຳ​ດັ່ງ​ກ່າວ​ອາດ​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ສະ​ໂລ​ເວ​ນີ ແລະ​ສ້າງ​ຜົນ​ກະ​ທົບ​ໃຫ້​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ສະ​ໂລ​ເວ​ນີ.

ທ່ານ​ມີ​ລານ ເບີ​ເກ​ລ​ສ, ສະ​ມາ​ຊິກ​ສະ​ພາ​ເອີິ​ຣົບ, ​ອະ​ດີດ​ປະ​ທານ​ສະ​ພາ​ສະ​ໂລ​ເວ​ນີ​ໄດ້ກ່າວ​ຊີ້​ແຈງ​ຢ່າງ​ດຸ​ເດືອດວ່າ: ຖ້ອຍ​ຄຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ສ​ະ​ໂລ​ເວ​ນີເປັນ​ການ​ຫັນ​ນະ​ໂຍ​ບາຍ​ການ​​ຕ່າງ​ປະ​ເທດຂອງ​ປະ​ເທດ​ຕົນ​ເປັນ​ຂອງ​ສ່ວນ​ຕົວ​ຢ່າງ​ຫຍາບ​ຄາຍ ແລະ​ປ່ວງ​ບ້າ.

ຄຳ​ເຫັນ

0