蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ເອ​ຢິບ​ເຊັນ​ສັນ​ຍາ​​ການຮ່ວມ​ມື​ກ່ຽວ​ກັບ​ໂຄງ​ການ​ສາງ​ແ​ຊ່​ເຢັນ​ວັກ​ຊິນ

2022-01-20 10:35:14 CRI

ວັນ​ທີ 18 ມັງ​ກອນ​ນີ້, ​ພິ​ທີ​ເຊັນ​ສັນ​ຍາ​ການ​ຮ່ວມ​ມືໂຄງ​ການ​ສາງ​ແຊ່​ເຢັນ​ວັກ​ຊິນທີ່ບໍ​ລິ​ສັດ​ຊີ​ໂນ​ແວກ​ຈີນ​ຊ່ວຍ​ເຫຼືອ​ແກ່​ບໍ​ລິ​ສັດ​ຜະ​ລິດ​ຕ​ະ​ພັນ​ຊີ​ວະ​ພາບ​ແລະ​ວັກ​ຊິນ​ເອ​ຢິບ ໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ​ແລະ​ອັອ​ຟ​ລາຍ​ພ້ອມ​ກັນ.

ອີງ​ຕາມ​ສັນ​ຍາ​ສະ​ບັບ​ນີ້, ບໍ​ລິ​ສັດ​ຊີ​ໂນ​ແວກ​ມີ​ແຜນ​ຈະ​ສ້າງ​ສາງ​ແ​ຊ່​ເຢັນ​ແບບ​ອັດ​ຕະ​ໂນ​ມັດ​​ໜຶ່ງແຫ່ງ ທີ່​ສາ​ມາດ​ສະ​ສົມ​ວັກ​ຊິນ​ໄດ້​ເຖິງ 150 ລ້ານຫຼອດ​ຢູ່​ເອ​ຢິບ. ພາຍຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ກາຍ​ເປັນ​ສູນ​​ເກັບ​ຮັກ​ສາ​ວັກ​ຊິນ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ເອ​ຢິບ ກໍ​ຄື​ຢູ່​ທະ​ວີບ​ອາ​ຟ​ຣິ​ກາ.

ທ່ານ​ລ້ຽວ​ລີ້​ຊຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເອ​ຢິບ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊັນ​ສັນ​ຍາ ແລະ ປະ​ກາດ​ວ່າ: ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊິນ​ອີກງວດ​ໜຶ່ງ​ໃຫ້​ແກ່​ເອ​ຢິບ, ທ່ານ​ຈາ​ຟາ ​ວ່າ​ທີ່ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ປະ​ຊາ​ກອນ​ເອ​ຢິບ​ໄດ້​ຕາງ​ໜ້າ​​ໃຫ້ຝ່າຍ​ເອ​ຢິບ​ສະ​ແດງ​ຄວາມ​ຂອບ​ໃຈ​ປະ​ເທດ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດແກ່​ເອ​ຢິບ​ຢ່າງ​ຕໍ່​ເນື່ອງ​. ​ນອກ​ນີ້, ສອງ​ຝ່າຍ​ຍັງໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັກ​ຊິນ ແລະ ບັນ​ຫາອື່ນໆ.

ຄຳ​ເຫັນ

0