秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານໂຈ ໄບເດັນສະໜັບສະໜູນທະນາຄານກາງອາເມຣິກາຮັດກຸມນະໂຍບາຍເງິນຕາເພື່ອຄວບຄຸມອັດຕາເງິນເຟີ້

2022-01-21 14:12:30 cri

ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ໂຈ ໄບ​ເດັນ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ ໄດ້ກ່າວ​ສະ​ໜັບ​ສະ​ໜູນ​​ທະ​ນາ​ຄານ​ກາ​ງ​ອາ​ເມ​ຣິ​ກາ ຫຼື Fed ທີ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ແບບ​ຮັດ​ກຸມ ເພື່ອ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້​ທີ່​ເພີ່ມ​ຂຶ້ນ.

ທ່ານ​ໄບ​ເດັນ​ກ່າວ​ວ່າ: ​ໃນ​ໜຶ່ງ​ປີ​ເຄິ່ງ​ທີ່​ຜ່ານ​ມາ, ​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ຜ່ອນ​​ຄາຍ​ທີ່​ສຸດ ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ໂດຍ​ພິ​ຈາ​ລະ​ນາ​ເຖິງ​ທ່ວງ​ທ່າ​ເສດ​ຖະ​ກິດ ແລະ​ລາ​ຄາ​ສິນ​ຄ້​າ​ທີ່​ຖີບ​ຕົວ​ສູງ​ຂຶ້ນ​, ການ​ປັບ​ນະ​ໂຍ​ບາຍ​ເງິນ​ຕາ​ຢູ່​ອາ​ເມ​ຣິ​ກາ​ຈຶ່ງມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ເຊິ່ງ​ສອດ​ຄ່ອງ​ກັບ​ຄວາມ​ເຫັນ​ຂອງ​ທ່ານ​ເຈີໂຣມ ​ພາວ, ຜູ້​ວ່າ​ການ​ທະນາ​ຄານ​ກາງ​ອາ​ເມ​ຣິ​ກາ.

ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຟັງ​ຄຳ​ໃຫ້​ການ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ໃນ​ອາ​ທິດ​ທີ່​ຜ່ານ​ມາ, ທ່ານ ເຈີໂຣມ ​ພາວ ກ່າວ​ວ່າ, ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາອາດ​ຈະເພີ່ມດອກ​ເບ້ຍ​​ຫຼາຍເທື່ອ, ຫຼຸດ​​ການ​ຊື້​ພັນ​ທະ​ບັດ ແລະ​ການ​ສ້າງ​ໜີ້​ໃຫ້​ໄວ​ກວ່າ​ເກົ່າ ເພື່ອ​ຮັບ​ມື​ກັບ​ອັດ​ຕາ​ເງິນ​ເຟີ້​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຕາມ​ຂໍ້​ມູນ​ຈາກ​ກະ​ຊວງ​ແຮງ​ງານ​ອາ​ເມ​ຣິ​ກາ​ໃຫ້​ຮູ້​ວ່າ: ໃນ​ເດືອນ​ທັນ​ວາ​ປີ 2021, ດັດ​ຊະ​ນີ​ລາ​ຄາ​ຜູ້​ບໍ​ລິ​ໂພກ ຫຼື CPI ຂອງ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2020 ແລະ​ໄດ້​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ໃນ​ຮອບ 40 ປີ​ຜ່ານ​ມາ.

ຄຳ​ເຫັນ

0