秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານສະແດງສິລະປະດົນຕີກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງ

2022-01-22 14:19:55 cri

ຕອນ​ຄ່ຳ​ວັນ​ທີ 21 ມັງ​ກອນ​ນີ້, ງານ​​ສະ​ແດງ​ສິ​ລະ​ປະດົນ​ຕີ​​ກ່ຽວ​ກັ​ບງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະງາ​ນ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ດົນ​ຕີ​ຂອງ​ສວນ​ສາ​ທາ​ລະ​ນະ​ຈົ່ງ​ຊ່ານ ນະ​ຄອນຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ. ງານ​ສະ​ແດງ​ສິ​ລະ​ປະດົນ​ຕີ​ຄັ້ງ​ນີ້ ໄດ້​ສະ​ແດງ​ຜົນ​ງານ​ເພງ 10 ກວ່າ​ເພງ ທີ່​ຄັດ​ເລືອກ​ຈາກ​ການ​ແຂ່ງ​ຂັນ​ແຕ່ງ​ເພງ​ງານ​ກິ​ລາ​ໂອ​ລິມ​ປິກ​ລ​ະ​ດູ​ໜາວ ເຊັ່ນ: “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ”, “​ຄວາມ​ມ່ວນ​ຊື່​ໃນຍາມ​ທີ່​ມີ​ຫິ​ມະ​ຕົກ”, “ແສງ​ສະ​ຫ​ວ່າງ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ນ້ຳ​ກ້ອນ ແລະ​ຫິ​ມະ” ເປັນ​ຕົ້ນ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ພາຍຫຼັງ​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຕົ້ນ​ມາ, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ຈັດ​ການ​ແຂ່ງ​ຂັນ​ແຕ່ງ​ເພງ​ໂອ​ລິມ​ປິກ​ລະ​ດູ​ໜາວ 3 ຄັ້ງ ໂດຍ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ນັກ​ແຕ່ງ​ເພງ ແລະ​ປະ​ຊາ​ຊົນ​​ຈຳ​ນວນຫຼ​ວງຫຼາຍ.

ຄຳ​ເຫັນ

0