秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະບວນລົດໄຟໂອລິມປິກລະດູໜາວຕາມທາງລົດໄຟຄວາມໄວສູງປັກກິ່ງ-ຈ່າງເຈ່ຍໂຂ ໄດ້ເປີດບໍລິການຂົນສົ່ງແລ້ວ

2022-01-22 14:18:30 cri

ວັນ​ທີ 21 ມັງ​ກອນ​ນີ້, ຂະ​ບວ​ນ​ລົດ​ໄຟ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຕາມ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ ໄດ້​ເປີດ​ບໍ​ລິ​ການ​ຂົນ​ສົ່ງຢ່າງ​ເປັນ​ທາງ​ການ​ແລ້ວ. ​ໃນ​ໄລ​ຍະ​ໃຫ້​ການ​ບໍ​ລິ​ການ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ຈະ​ເປີດຂະ​ບວ​ນ​ລົດ​ໄຟ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄປ-​ກັບ 17 ຖ້ຽວ​ຕໍ່​ມື້, ສະ​ຖາ​ນີ​ລົດ​ໄຟ​ບໍ​ລິ​ການ​ງານ​ກິ​ລາ​ໂອ​ລິ​ມ​ປິກ 4 ແຫ່ງ​ຕາມ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ ຄື​: ສະ​ຖາ​ນີ​​ຊີ່ງ​ເຮີ, ສະ​ຖາ​ນີ​ຢຽນ​ຊີ້ງ, ສະ​ຖາ​ນີ​ທ້າຍ​ຈື​ເສີງ ແລະ​ສະ​ຖາ​ນີ​ຊົງຫຼີ ກໍ​ຈະ​ປະ​ຕິ​ບັດ​ການ​ຄຸ້ມ​ຄອງ​ແບບ​ວົງ​ປິດ ແລະ​ບໍ່​ແມ່ນ​ວົງ​ປິດ​ປະ​ສົ​ມ​ກັນ ເປັນ​ເວ​ລາ 55 ວັນ.

ຕາມ​ຂ່າວລາຍ​ງານ​ວ່າ: ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂຈະ​ໃຫ້​​ການບໍ​ລິ​ການ​ດ້ານ​ການ​ຂົນ​ສົ່ງ​ລຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົ​ນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ນັບ​ແຕ່​ວັນ​ທີ 21 ມັງ​ກອນ ຫາ​ວັນ​ທີ 16 ມີ​ນາ ປີ 2022.

ຄຳ​ເຫັນ

0