秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນນັກກິລາຍີ່ປຸ່ນທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ ສ້າງສະຖິຕິສູງສຸດຂອງຍີ່ປຸ່ນທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວຢູ່ຕ່າງປະເທດ

2022-01-22 14:06:00 cri

ເມື່ອ​ບໍ່​ດົນ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຍີ່​ປຸ່ນ​ເຜີຍ​ໃຫ້​ຮູ້​ວ່າ: ຄະ​ນະ​ຜູ້​ແທນ​ຍີ່​ປຸ່ນ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ​ໄດ້​ເພີ່ມ​ນັກ​ກິ​ລາ​ສະ​ກີ​ອີກ​ສອງ​ຄົນ ເຊິ່ງ​ໄດ້​ເຮັດ​ໃຫ້​ນັກ​ກິ​ລາ​ຍີ່​ປຸ່ນ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໃນ​ຄັ້ງ​ນີ້​ເພີ່ມ​ຂຶ້ນ​ເປັນ  124 ຄົນ ແລະ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ຂອງ​ຈຳ​ນວນ​ນັກ​ກິ​ລາ​ຍີ່​ປຸ່ນ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຈັດ​ຂຶ້ນຢູ່​ຕ່າງ​ປະ​ເທດ.

ຕາມ​ຂ່າວລາຍ​ງານ​ວ່າ: ຄະ​ນະ​ຜູ້​ແທ​ນ​ຍີ່​ປຸ່ນ​ຈະ​ຈັດ​ພິ​ທີ​ສ້າງ​ຕັ້ງ​ຄະ​ນະ​ຜູ້​ແທນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ມັງ​ກອນ​ນີ້ ແລະ​ຈະ​ເດີນ​ທາງ​ໄປ​ນະ​ຄອນຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ​ໃນ​ວັນ​ທີ 31 ມັງ​ກອນ​ນີ້.

ຄຳ​ເຫັນ

0