黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມາເລື່ອນເວລາເປີດສານກ່ຽວກັບຄະດີສໍ້ລາດບັງຫລວງຂອງທ່ານວິນມິນ ແລະ ທ່ານນາງອອງຊານຊູຈີ

2022-01-23 15:45:38 CRI

ຄະດີການສໍ້ລາດບັງຫລວງຂອງທ່ານວິນມິນ ປະທານາທິບໍດີມຽນມາທີ່ໄດ້ຮັບເລືອກຕັ້ງ ໃນການເລືອກຕັ້ງທົ່ວປະເທດໃນແຕ່ກ່ອນ ແລະ ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດ ມຽນມາ ແຕ່ເດີມໄດ້ກຳນົດວ່າຈະເປີດສານເປັນຄັ້ງທຳອິດຢູ່ສານເຊບດີຣີ ນະຄອນຫລວງເນປີ ດໍ ໃນວັນທີ 21 ມັງກອນນີ້. ແຕ່ໃນວັນດັ່ງກ່າວ, ຍ້ອນພະຍານຂອງຝ່າຍອຸທອນບໍ່ໄດ້ມາເຂົ້າ ຮ່ວມ, ຄະດີດັ່ງກ່າວຈຶ່ງໄດ້ຍ້າຍໄປດຳເນີນໃນວັນທີ 4 ກຸມພາຫນ້ານີ້, ສ່ວນໃນວັນດັ່ງກ່າວ ພຽງແຕ່ໄດ້ຢືນຢັນສະພາບການລົງທະບຽນສານ ແລະ ການແບ່ງຈຸເທົ່ານັ້ນ.

ທະນາຍຄວາມຝ່າຍຈຳເລີຍໄດ້ໃຫ້ຮູ້ວ່າ: ຝ່າຍອຸທອນໄດ້ຮ້ອງຟ້ອງທ່ານວິນມິນ ແລະ ທ່ານນາງອອງຊານຊູຈີດ້ວຍຂໍ້ກ່າວຫາ 5 ຂໍ້ ໂດຍອີງຕາມມາດຕາ 55 ໃນ  “ກົດຫມາຍ ວ່າດ້ວຍການຕ້ານການສໍ້ລາດບັງຫລວງ” ຂອງມຽນມາ, ຂໍ້ກ່າວຫາເຫລົ່ານີ້ໄດ້ກ່ຽວພັນເຖິງ ການຊື້ ແລະ ເຊົ້າໃຊ້ຍົນເຮລີກົບແຕ. ນອກນີ້ຍັງມີຂໍ້ກ່າວຫາການສໍ້ລາດບັງຫລວງຫລາຍຂໍ້ ທີ່ຍັງບໍ່ທັນໄດ້ລົງທະບຽນສານຢ່າງເປັນທາງການ.

ຄຳ​ເຫັນ

0