黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຕອບໂຕ້ອາເມຣິກາກໍລະນີທີ່ປະກາດລົງໂທດວິສາຫະກິດຈີນ 3 ແຫ່ງ

2022-01-23 15:44:04 CRI

ວັນທີ 22 ມັງກອນນີ້, ໂຄສົກກະຊວງການຄ້າຈີນໄດ້ຕອບໂຕ້ຝ່າຍອາເມຣິກາກ່ຽວກັບ ອາເມຣິກາປະກາດລົງໂທດວິສາຫະກິດຈີນ 3 ແຫ່ງ ໂດຍກ່າວວ່າ: ຝ່າຍຈີນໄດ້ຮູ້ວ່າ, ກະຊວງການຕ່າງປະເທດອາເມຣິກາໄດ້ປະກາດລົງໂທດວິສາຫະກິດຈີນ 3 ແຫ່ງ ພ້ອມດ້ວຍ ອົງການ ຄົ້ນຄວ້າທີ່ຂຶ້ນກັບວິສາຫະກິດ 3 ແຫ່ງດັ່ງກ່າວ ໂດຍອ້າງວ່າ ວິສາຫະກິດ ເຫລົ່ານີ້ໄດ້ “ເຂົ້າຮ່ວມການເຄື່ອນໄຫວເຜີຍແຜ່ເຕັກນິກຂີປະນາວຸດ”. ຝ່າຍຈີນສະແດງຄວາມ ບໍ່ພໍໃຈຢ່າງຮຸນແຮງ ແລະຄັດຄ້ານຢ່າງເດັດຂາດຕໍ່ການກະທຳດັ່ງກ່າວຂອງອາເມຣິກາ.

ຝ່າຍອາເມຣິກາໄດ້ກົດດັນ ແລະ ລົງໂທດວິສາຫະກິດຈີນຕາມລຳພັງ ດ້ວຍຂໍ້ອ້າງ ທີ່ປັ້ນນ້ຳເປັນຈິງຂຶ້ນ ເຊິ່ງໄດ້ທຳລາຍຜົນປະໂຫຍດຂອງວິສາຫະກິດທັງສອງຝ່າຍຢ່າງຫນັກ ຫນ່ວງ, ທຳລາຍຄວາມເປັນລະບຽບຮຽບຮ້ອຍອັນເປັນປົກກະຕິດ້ານເສດຖະກິດການຄ້າສາ ກົນ, ທັງເປັນການຂົ່ມຂູ່ຄວາມປອດໄພແລະຄວາມຫມັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະຫນອງທົ່ວໂລກ, ບໍ່ມີຜົນດີຕໍ່ການຟື້ນຟູ ແລະ ການພັດທະນາເສດຖະ ກິດໂລກ.

ຝ່າຍອາເມຣິກາຄວນດັດແກ້ຄວາມຜິດພາດຂອງຕົນທັນທີ. ຝ່າຍຈີນຈະໃຊ້ມາດຕະ ການທີ່ຈຳເປັນ ເພື່ອປົກປັກຮັກສາສິດແລະຜົນປະໂຫຍດອັນຊອບດ້ວຍກົດຫມາຍຂອງວິສາ ຫະກິດຈີນຢ່າງເດັດດ່ຽວຫນຽວແຫນ້ນ.

ຄຳ​ເຫັນ

0