何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກາ​ນລົງ​ທຶນ​ໂດຍ​ກົງຂອງ​ຕ່າງ​ປະ​ເທດ​​ຢູ່​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ແຕ່​ການ​ລົງ​ທຶນ​ໃໝ່​ໃນ​ອຸດ​ສ​າ​ຫະ​ກຳ​ການ​ຜະ​ລິດ​ຍັງ​ອ່ອນ​ແອ​ຢູ່

2022-01-24 17:08:39 CRI

ກາ​ນລົງ​ທຶນ​ໂດຍ​ກົງຂອງ​ຕ່າງ​ປະ​ເທດ​​ຢູ່​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ແຕ່​ການ​ລົງ​ທຶນ​ໃໝ່​ໃນ​ອຸດ​ສ​າ​ຫະ​ກຳ​ການ​ຜະ​ລິດ​ຍັງ​ອ່ອນ​ແອ​ຢູ່_fororder_src=http___upload.kekenet.com_2021_0630_80521625026223&refer=http___upload.kekenet

ເວັບ​ໄຊ​ຂອງ​ໜັງ​ສື​ພິມ The Wall Street Journal ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ, ປີ 2021ຜ່ານ​ມາ, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ຢູ່​ທົ່ວ​ໂລກ​ໄດ້​ຟື້ນ​ຄືນ​ຢ່າງ​ເຂັ້ມ​ແຂງ, ເຊິ່ງຫຼາຍກວ່າ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ໃນ​ໄລ​ຍະ​ກ່ອນ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ເຖິງວ່າ ການ​ຂາດ​ແຄນ​ສິນ​ຄ້າ​ໄດ້​ເຮັດ​ໃຫ້​ອັດ​ຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ໃນ​ລະ​ດັບ​ສູງ​ສຸດ​ໃນຫຼາຍ​ສິບ​ປີ​ຜ່ານ​ມາ​ນີ້, ແຕ່​ການ​ລົງ​ທຶນ​ທີ່​ເພີ່ມ​ຂຶ້ນ​ຢູ່​ຫຼາຍ​ປະ​ເທດ​ທີ່​ມີ​ອາ​ເມ​ຣິ​ກາ​ເປັນ​ຕົວ​ແທນ​ນັ້ນ​ຫາກ​ບໍ່​ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຍົກ​ລະ​ດັບ​​ກຳ​ລັງ​ການ​ຜະ​ລິດ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ປີ 2021, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ຢູ່​ໃນ​ທົ່ວ​ໂລກ​ມີ​ເຖິງ 1650 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ 77% ເມື່ອ​ທຽບ​ໃສ່​ປີ 2020 ທີ່​ບັນ​ລຸ​ໄດ້ 929 ຕື້​ໂດ​ລາ​ສະ​ຫະ​ລັດ.

ຕົວ​ເລກ​ສະ​ຖິ​ຕິ​ຂອ​ອົງ​ການ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ໄດ້​ພາດ​ໂອ​ກາດ​ ​ການ​ຟື້ນ​ຄືນ​ດ້ານ​ການ​ລົງ​ທຶນ​ຄັ້ງ​ນີ້, ຈຳ​ນວນ​ໂຄງ​ການ​ໃໝ່​ທີ່​ເປັນ​ການ​ຍົກ​ລະ​ດັບ​ກຳ​ລັງ​ການ​ຜະ​ລິດ​ບໍ່​ພຽງ​ແຕ່ໄດ້​ຫຼຸດ​ໜ້ອຍ​ລົງ​ເມື່ອ​ທຽບ​ໃສ່​ປີ 2020 ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຕ່ຳ​ກວ່າ​ລະ​ດັບ​ຂອງ​ປີ 2019 ຢ່າງຫຼວງຫຼາຍ.

ທ່ານ​ຈ່ານ​ສ້ຽວ​ນິງ ຫົວ​ໜ້າ​ກົມ​ການ​ລົງ​ທຶນ ແລະ ວິ​ສາ​ຫະ​ກິດ​ຂອງ​ອົງ​ການການ​ຄ້າ ແລະ ການ​ພັດ​ທະ​ນາ​​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​​ຢູ່​ທົ່ວ​ໂລກ​ໄດ້​ຟື້ນ​ຄືນ​ຈາກ​ຜົນ​ກະ​ທົບຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ -19. ແຕ່​ຂ່າວ​​ດ້ານລົບ​ກໍ​ຄື, ເຖິງວ່າ​ມີ​ຄວາມ​ຕ້ອງ​ການ​ຢ່າງຫຼວງຫຼາຍ, ແຕ່​ການ​ລົງ​ທຶນ​ໂຄງ​ການ​ໃໝ່​ໃນ​ອຸດ​ສາ​ຫະ​ກຳ​ການ​ຜ​ະ​ລິດ​ຍັງ​ອ່ອນ​ແອ​ຢູ່. ​ຈຳ​ນວນໂຄງ​ການ​ທີ່​ສ້າງ​ໂຮງ​ງານ​ໃໝ່ ຫຼື ​ການ​ປະ​ກາດ​ຂະ​ຫຍາຍ​ການ​ລົງ​ທຶນ​ໃນ​ໂຮງ​ງານ​ເກົ່າ ​ໃນ​ໂລກ​ໄດ້​ຫຼຸດ​ໜ້ອຍ​ລົງ, ສິ່ງ​ກີດ​ຂວາງ​ຂອງຕ່ອງ​ໂສ້​ການ​ສະ​ໜອງ​ຂອງວິ​ສາ​ຫະ​ກິດ​ບໍ່​ອາດ​ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ​ໄດ້​ໃນ​ໄລ​ຍະ​ສັ້ນ.

ຄຳ​ເຫັນ

0