刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 72% ເຫັນ​ວ່າ: ອາ​ເມ​ຣິ​ກາ​ພວມ​ເດີນ​ຕາມ​ທິດ​ທາງ​ທີ່​ຜິດ​ພາດ

2022-01-24 14:09:30 cri

ຜົນ​ການ​ສຳຫຼວດຄວາມ​ຄິດ​ເຫັນ​ທີ່​ບໍ​ລິ​ສັດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​ປະ​ຊາ​ຊົນ​ເຕັມອາ​ຍຸ 72% ເຫັນ​ວ່າ: ອາ​ເມ​ຣິ​ກາ​ພວມ​ເດີນ​ຕາມ​ທິດ​ທາງ​ທີ່​ຜິດ​ພາດ. ນັກ​ການ​ເມືອງ​ທີ່ບໍ່​ໄດ້​ຮັບ​ຄວາມ​ຍິ​ຍົມ​ຈາກ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ ​ລວມ​ມີ​ ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​, ທ່ານ​ນາງກາ​ມາ​ລາ ຮາ​ຣິ​ສ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ທ່ານ​ນາງລິ​ສ ເຊ​ນີ ສະ​ມາ​ຊິກສະ​ພາ​ຕ່ຳອາ​ເມ​ຣິ​ກາ.

ຜົນ​ການ​ສຳຫຼວດ​ດັ່ງ​ກ່າວ​ຍັງ​ລະ​ບຸ​ວ່າ: ປະ​ຊາ​ຊົນອາ​ເມ​ຣິ​ກາ 70% ເຫັນ​ວ່າ: ອາ​ເມ​ຣິ​ກາ​ໄດ້​ແບ່ງ​ເປັນ​ສອງຂົ້ວ, ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ທີ່​ປະ​ເທດ​ຕົນ​ພວມ​ປະ​ເຊີນ​​ຢູ່ ແລະ​ຄວາມ​ຂັດ​ແຍ້ງ​ຈະ​ຂະ​ຫຍາຍກວ້າງ​ອອກ​ຕື່ມ​ອີກ. ຜູ້​​ເຂົ້າ​ຮ່ວມ​ການ​ສຳຫຼວດ 76% ກ່າວ​ວ່າ: ປະ​ຊາ​ທິ​ປະ​ໄຕ​​ຖືກ​ຂົ່ມ​ຂູ່.

ພ້ອມ​ກັນ​ນັ້ນ, ຜົນ​ການ​ສຳຫຼວດ​​ຄວາມ​ຄິດ​ເຫັນຫຼ້າ​ສຸດ​ທີ່​ສະ​ຖາ​ນີຂ່າວ​ຟອກ​ສ ເປີດ​ເຜີຍ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຖ້າ​ວ່າ​ມື້​ນີ້​ເປັນ​ວັນ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ຕາມ​ກຳ​ນົດ​ຈະ​ຈັດ​ຂຶ້ນ​ໃນປີ 2024, ຜູ້​ມີ​ສິດ​ເລືອກ​ຕັ້ງ 60% ຈະ​ສະ​ໜັບ​ສະ​ໜູນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ອື່ນໆ ​ແຕ່ບໍ່​ແມ່ນ​ທ່ານ​ໂຈ ​ໄບ​ເດັນ, ມີ​ພຽງ 36% ກ່າວ​ວ່າ​ຈະ​ປ່ອນ​ບັດ​ເອົາ​ທ່ານ​​ໂຈ ໄບ​ເດັນ, ມີ 52% ກ່າວ​ວ່າບໍ່​ເຫັນ​ດີນຳ​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ທ່ານ​ໂຈ ໄບ​ເດັ່ນ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ ມີ 47% ເຫັນ​ດີ.

ຄຳ​ເຫັນ

0