刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນຕົງ​ກາ​ເກືອບ 85% ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພູ​ໄຟ​ລະ​ເບີດ

2022-01-24 14:10:12 cri

ວັນ​ທີ 24 ມັງ​ກອນ​ນີ້, ລັດ​ຖະ​ບານ​ຕົງ​ກາ​ກ່າວ​ວ່າ: ​ປະ​ຊາ​ຊົນ​ເກືອບ 85% ປະ​ມານ 105,000 ຄົນໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພູ​ໄຟ​ລະ​ເບີດ​ແລະ​ຄື້ນ​ສຶ​ນາ​ມິ. ການ​ສ້າງ​ສາ​​ປະ​ເທດຄືນ​ໄໝ່​ຕ້ອງ​ໃຊ້​ເວ​ລາ​ດົນ, ຫຼາຍ​ເຂດ​ຂາດ​ແຄນ​ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ.

ລັດ​ຖະ​ບານ​ຕົງ​ກາ​ກ່າວ​ວ່າ: ​ການ​ສື່​ສານ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ເກາະ​ດອນ​ຍັງ​ແມ່ນ​ອຸ​ປະ​ສັກ​ທີ່​ໜັກ​ໜ່ວງ​ທີ່​ສຸດ, ແຕ່​ຢູ່​ເກາະ​ດອນ​ຈຳ​ນວນ​ໜຶ່ງ​ພວມ​ສື່​ສານ​​ກັນດ້ວຍ​ວິ​ທະ​ຍຸ​ສື່​ສານ ແລະ​ພວມ​ສ້າງ​ສະ​ຖາ​ນີ​ວິ​ທະ​ຍຸ​​ສື່​ສານແຫ່ງ​ໃໝ່.

ລັດ​ຖະ​ບານ​ຕົງ​ກາ​ກ່າວ​ຕື່ມ​ວ່າ: ​ການ​ລະ​ເບີດ​ຂອງ​ພູ​ໄຟ​ໄດ້​ທຳ​ລາຍ​ພື້ນ​ທະ​ເລ ແລະ​ເປັນ​ອຸ​ປະ​ສັກ​ຕໍ່​ການ​ເດີນ​ເຮືອ, ດັ່ງ​ນັ້ນ ການ​ຊ່ວຍ​ເຫຼືອ​ຜ່ານ​ທາງ​ທະ​ເລ​ຈຶ່ງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ໜັກ​ໜ່ວງ. ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​​ໄດ້​ຢຸດ​ໃຫ້​ບໍ​ລິ​ການ.

ຄຳ​ເຫັນ

0