陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນທວງໃຫ້ອາເມຣິກາແລະຍີ່ປຸ່ນຄວນຢຸດຕິການໃສ່ ຮ້າຍປ້າຍສີແລະແຊກແຊງວຽກງານພາຍໃນຂອງຈີນ

2022-01-25 11:36:02 cri

ກະຊວງການຕ່າງປະເທດຈີນທວງໃຫ້ອາເມຣິກາແລະຍີ່ປຸ່ນຄວນຢຸດຕິການໃສ່ ຮ້າຍປ້າຍສີແລະແຊກແຊງວຽກງານພາຍໃນຂອງຈີນ_fororder_0124

 

  ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວເປັນປະຈຳໃນວັນທີ 24 ມັງກອນນີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ:ການ ພົບປະກັນລະຫວ່າງຜູ້ນຳອາເມຣິກາແລະຍີ່ປຸ່ນໄດ້ຫຼິ້ນທຳນອງເກົ່າໃນຫົວຂໍ້ກ່ຽວ ກັບປະເທດຈີນ,ໂດຍໄດ້ໃສ່ຮ້າຍປ້າຍສີແລະໂຈມຕີປະເທດຈີນຢ່າງໄຮ້ເຫດຜົນ ອີກເທື່ອໜຶ່ງແລະບັງອາດແຊກແຊງວຽກງານພາຍໃນຂອງຈີນເຊິ່ງໄດ້ລະເມີດກົດໝາຍສາກົນແລະຫຼັກການພື້ນຖານຂອງການພົວພັນສາກົນ.ຝ່າຍຈີນສະແດງ ຄວາມບໍ່ພໍໃຈທີ່ສຸດແລະເດັດດ່ຽວຄັດຄ້ານເລື່ອງນີ້,ແລະໄດ້ຍື່ນຄຳປະທ້ວງຢ່າງ ເຄັ່ງຂຶມແລ້ວ.

 

   ຜູ້ນຳອາເມຣິກາແລະຍີ່ປຸ່ນໄດ້ຈັດການພົບປະກັນຜ່ານທາງວີດີໂອໃນຫວ່າງ ມໍ່ໆມານີ້, ສອງຝ່າຍໄດ້ສົນທະນາກັນໃນຫົວຂໍ້ກ່ຽວກັບປະເທດຈີນ ເປັນຕົ້ນແມ່ນ ກ່ຽວກັບໄຕ້ຫວັນ ຊິນຈ່ຽງ ຮົງກົງ ກ່ຽວກັບທະເລແລະອື່ນໆ,ພ້ອມທັງ ສະແດງຄວາມຫ່ວງໃຍຕໍ່ການກະທຳຂອງຈີນໃນບັນຫາຊິນຈ່ຽງແລະຮົງກົງ.ຕໍ່ກັບ ເລື່ອງນີ້,ທ່ານຈ້າວລີ້ຈ່ຽນກ່າວວ່າ:

 

  "ວຽກງານໄຕ້ຫວັນ ຊິນຈ່ຽງ ຮົງກົງແມ່ນວຽກງານພາຍໃນຂອງຈີນ ລ້ວນໆ,ບໍ່ອະນຸຍາດໃຫ້ບຸກຄົນໃດມາໃສ່ຮ້າຍປາສີຝ່າຍຈີນຕາມລຳພັງໃຈບົນພື້ນຖານຄຳຂີ້ຕົວະແລະແນວຄິດອະຄະຕິ.ເກາະຕ້ຽວຢູແລະເກາະດອນອ້ອມຂ້າງແມ່ນ ດິນແດນຂອງປະເທດຈີນມາແຕ່ບູນຮານນະການ,ບໍ່ວ່າອາເມຣິກາແລະຍີ່ປຸ່ນຈະ ຮ້ອງປ່າວປະກາດແນວໃດກໍຕາມກໍ່ບໍ່ສາມາດປ່ຽນແປງເລື່ອງຈິງທີ່ພາວະວິໄສທີ່ ເກາະຕ້ຽວຢູເປັນຂອງປະເທດຈີນ.ໃນບັນຫາກ່ຽວກັບທະເລ,ອາເມຣິກາແລະຍີ່ປຸ່ນຄວນຢຸດຕິການສ້າງສະຖານະການແລະການຍຸແຍ່ແບ່ງແຍກ.ອາເມຣິກາແລະ ຍີ່ປຸ່ນຍຶດຖືແນວຄິດສົງຄາມເຢັນ,ປຸກປັ່ນການເປັນປໍລະປັກກັນໃນດ້ານຮູບຖານຈິດສຳນຶກແລະການສ້າງການປະເຊີນໜ້າກັນລະຫວ່າງປະເທດ,ໂດຍຖືອັນທີ່ເອີ້ນວ່າປະຊາທິປະໄຕແລະເສລີພາບເປັນຂໍ້ອ້າງເພື່ອຊັກໃຍທາງການເມືອງກ່ຽວກັບວຽກ ງານພາຍໃນຂອງປະເທດອື່ນ,ແລະຖືກົດລະບຽບເປັນຂໍ້ອ້າງເພື່ອຂົ່ມເຫັງຂົ່ມຂູ່ປະເທດອື່ນ,ນີ້ແມ່ນຝືນກັບທ່າອ່ຽງຂອງພາກພື້ນແລະຂອງໂລກທີ່ສະແຫວງຫາສັນຕິພາບແລະສະແຫວງຫາການພັດທະນາ. ປະຊາຄົມໂລກແມ່ນເຫັນແຈ້ງກ່ຽວກັບ ເລື່ອງນີ້."

ຄຳ​ເຫັນ

0