刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ: ການ​ກະ​ທຳ​ຂອງ​ອົງ​ການ​ນາ​ໂຕ​ໄດ້ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ

2022-01-25 11:07:56 cri

ຣັດ​ເຊຍ​ກ່າວ​ວ່າ: ການ​ກະ​ທຳ​ຂອງ​ອົງ​ການ​ນາ​ໂຕ​ໄດ້ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ_fororder_微信图片_20220125110624

ວັນ​ທີ 24 ມັງ​ກອນ​ນີ້, ອົງ​ການ​ນາ​ໂຕ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ນາ​ໂຕ​ພວມ​ຈັດ​ສົ່ງ​ກຳ​ປັ່​ນ​ຮົບແລະ​ຍົນ​ສູ້​ຮົບ​ໄປ​ເອີ​ຣົບ​ຕາ​ເວັນ​ອອກ ແລະ​ຈັດ​ກຽມກອງ​ທັບຫຼາຍກວ່າ​ເກົ່າໄວ້​​ລໍ​ຖ້າ​ຄຳ​ສັ່ງ ເພື່ອ​ເພີ່ມ​ຄວາມ​ໜ້າ​ເກງ​ຂາມ​ແລະ​ການ​ປ້ອງ​ກັນ​ຣັດ​ເຊຍ​ຮ່ວມ​ກັນ.

ຕໍ່​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ, ທ່ານດ​ມິ​ຕ​ຣີ ເປ​ສ​ໂກ​ຟ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 24 ມັງ​ກອນ​ນີ້​ວ່າ: ການ​ກະ​ທຳ​ຂອງ​ອົງ​ການ​ນາ​ໂຕ ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມອີກ.

ມື້​ດຽວ​ກັນ, ທ່ານ​ເປ​ສ​ໂກ​ຟ​ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຣັດ​ເຊຍ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ຖະ​ແຫຼງ​ການ​ຂອງ​ອົງ​ການ​ນາ​ໂຕ​ ກ່ຽວ​ກັບ​ການ​ເພີ່ມ​ກຳ​ລັງ​ທະ​ຫານ​ຢູ່​ພາກ​ພື້ນ​ເອີ​ຣົບ​ຕາ​ເວັນ​ອອກ. ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ: ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ທີ່​​ມີ​ຄວາມເຄັ່ງ​ຕຶງ ບໍ່​ແມ່ນ​ຣັດ​ເຊຍ​ເປັນ​ຜູ້​ກໍ່​ຂຶ້ນ, ແຕ່​ເປັນ​ຍ້ອນ​ການ​ເຄື່ອນ​ໄຫວ​ຂອງ​ອາ​ເມ​ຣິ​ກາ​ແລະ​ອົງ​ການ​ນາ​ໂຕ ​ແລະ​ການ​ປ່ອຍຂ່າວ​ລື​ຫຼອກ​ລວງທີ່​ເຂົາ​ເຈົ້າ​​ປັ້ນ​ແຕ່ງ​ຂຶ້ນ, ການ​ໂຄ​ສະ​ນາ​ຂອງ​ປະ​ເທດ​ຕາ​ເວັນ​ຕົກເຕັມ​ໄປ​ດ້ວຍ​​ບັນ​ຍາ​ກາດ​ທີ່​ຜິດ​ປົກ​ກະ​ຕິ​ແລະຄວາມ​ຕົວະ​ຍົ​ວະຫຼອກ​ລວງ.

ຄຳ​ເຫັນ

0