覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນໃຫ້ທັດສະນະກ່ຽວກັບກໍລະນີທີ່ສື່ມວນຊົນອາເມຣິກາປັ້ນແຕ່ງຂ່າວປອມເພື່ອໃສ່ຮ້າຍປ້າຍສີການພົວພັນຈີນ-ຣັດເຊຍ

2022-01-25 11:37:26 cri

ກະຊວງການຕ່າງປະເທດຈີນໃຫ້ທັດສະນະກ່ຽວກັບກໍລະນີທີ່ສື່ມວນຊົນອາເມຣິກາປັ້ນແຕ່ງຂ່າວປອມເພື່ອໃສ່ຮ້າຍປ້າຍສີການພົວພັນຈີນ-ຣັດເຊຍ_fororder_1月24外交例会

 ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 24 ມັງກອນນີ້

 

   ໃນເວລາຕອບຄຳຖາມຂອງສື່ມວນຊົນຣັດເຊຍກ່ຽວກັບກໍລະນີທີ່ ສຳນັກຂ່າວ ສານບຣູມເບີກ(Bloomberg News)ໄດ້ລາຍງານຂ່າວປອມກ່ຽວກັບການພົບປະກັນລະຫວ່າງການນຳຂັ້ນສູງຣັດເຊຍ-ຈີນ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 24 ມັງກອນນີ້ວ່າ: ການລາຍງານຂ່າວຂອງສຳນັກຂ່າວສານບຣູມເບີກ ບໍ່ມີມູນຄວາມຈິງແຕ່ປະການໃດ, ນີ້ບໍ່ພຽງແຕ່ເປັນການໃສ່ຮ້າຍປ້າຍສີແລະ ທ້າທາຍເກາະຜິດການພົວພັນຈີນ-ຣັດເຊຍເທົ່ານັ້ນ, ຍັງເປັນການຕັ້ງໃຈກໍ່ກວນ ແລະທຳລາຍງານກິລາໂອລິມປິກລະດູໜາວປັກກິ່ງອີກດ້ວຍ, ກົນອຸບາຍທີ່ຊົ່ວ ຮ້້າຍແບບນີ້ຫຼອກລວງປະຊາຄົມໂລກບໍ່ໄດ້ດອກ.
 

   ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ: “ການພົວພັນຈີນ-ຣັດເຊຍໃນທຸກມື້ນີ້ແມ່ນໄດ້ພັດທະນາຢ່າງສົມບູນ, ໝັ້ນທ່ຽງແລະເຂັ້ມແຂງ, ສອງຝ່າຍໄດສືບຕໍ່ແລກປ່ຽນຄວາມເຫັນຢ່າງໃກ້ຊິດໃນທຸກລະດັບແລະທຸກຂັ້ນ, ເຈດຕະນາທຸກຮູບແບບທີ່ຫວັງຍຸແຍ່ການພົວພັນຈີນ-ຣັດເຊຍ, ທ້າທາຍຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຈີນ-ຣັດເຊຍນັ້ນລ້ວນແຕ່ເປັນການກະທຳທີ່ເສຍແຮງລ້າໆ. ພ້ອມດຽວກັນນັ້ນ, ໃນຖານະເປັນຜູ້ສະໜັບສະໜູນແລະຜູ້ປະຕິບັດຕາມຈິດໃຈໂອລິມປິກຢ່າງແທ້ຈິງ, ຈີນເວລາໃດກໍຈະຄັດຄ້ານການຫັນການ ເຄື່ອນໄຫວກິລາເປັນບັນຫາການເມືອງ, ຍິ່ງບໃຫ້ອິດທິກຳລັງສາກົນຈຳນວນໜຶ່ງພາໄປສູ່ທິດທາງທີ່ຜິດພາດ. ປັດຈຸບັນ, ວຽກງານກະກຽມງານກິລາໂອ ລິມປິກລະດູໜາວປັກກິ່ງໄດ້ເຂົ້າສູ່ໄລຍະຂັ້ນສຸດທ້າຍແລ້ວ, ຈີນມີຄວາມໝັ້ນໃຈ ທີ່ຈະຈັດງານມະຫາກຳກິລາໂອລິມປິກທີ່ກະທັດຮັດ,ປອດໄພແລະໜ້າຊົມຄັ້ງໜຶ່ງໃຫ້ກັບໂລກ, ທັງມີຄວາມໝັ້ນໃຈທີ່ຈະຮັບປະກັນໃຫ້ຜູ້ນຳບັນດາປະເທດ ເຊິ່ງລວມທັງທ່ານປະທານາທິບໍດີວະລະດີເມຍ ປູຕີນເຄື່ອນໄຫວຢ້ຽມຢາມຢູ່ນະ ຄອນຫຼວງປັກກິ່ງປະສົບຜົນສຳເລັດຢ່າງຈົບງາມແລະສະດວກ.”

ຄຳ​ເຫັນ

0